ຂ່າວສານ

ຫວຽດ​ນາມ - ຊູ​ແອັດ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ກັນ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ກັບ ອາ​ຊຽນ ແລະ EU

ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດທີ່ຮັບຮູ້ ແລະ ສ້າງການພົວພັນທາງການທູດ ກັບ ຫວຽດນາມ ແລະ ປັດຈຸບັນພ້ອມແລ້ວທີ່ຈະຮ່ວມມືຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍ 100 ປີກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ Andreas Norlen

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ຊູແອັດ, ຕອນບ່າຍວັນທີ 12 ມິຖຸນາ, ທີ່ຫໍສະພາແຫ່ງຊາດ ຊູແອັດ ຢູ່ນະຄອນຫຼວງ Stockholm, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ Andreas Norlen ແລະ ການນຳບັນດາພັກການເມືອງຂອງຊູແອັດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງກຳລັງໜູນຊຸກຍູ້ການຮ່ວມມືສອງປະເທດ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ສອງຝ່າຍຈະເປັນຂົວເຊື່ອມຕໍ່ເຊິ່ງກັນແລະກັນໃນການພັດທະນາການພົວພັນ ກັບ ອາຊຽນ ແລະ EU. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສະພາແຫ່ງຊາດ ຊູແອັດຊ່ວຍຂົນຂວາຍບັນດາປະເທດສະມາຊິກ EU ທີ່ຍັງເຫຼືອໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU (EVIPA) ໂດຍໄວ ແລະ EC ແກ້ໄຂບັດເຫຼືອງ IUU ສຳລັບສິນໃນນ້ຳສົ່ງອອກຂອງ ຫວຽດນາມ ໂດຍໄວ.

ສ່ວນທ່ານປະທານສະພາແຫ່ງຊາດ Andreas Norlen ຕີລາຄາການພົວພັນສອງປະເທດໄດ້ພັດທະນາອັນດີງາມ, ໃນນັ້ນ ມີໂອ້ລົມສົນທະນາ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ. ຊູແອັດ ແມ່ນປະເທດຝ່າຍຕາເວັນຕົກທຳອິດທີ່ຮັບຮູ້ ແລະ ສ້າງການພົວພັນທາງການທູດ ກັບ ຫວຽດນາມ ແລະ ປັດຈຸບັນພ້ອມແລ້ວທີ່ຈະຮ່ວມມືຊ່ວຍ ຫວຽດນາມ ປະຕິບັດເປົ້າໝາຍ 100 ປີກາຍເປັນປະເທດພັດທະນາທີ່ມີລາຍຮັບສູງໃນປີ 2045.


top