• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້ສິດອຳນາດ​ກົດ​ໝາຍ​ດ້ວຍ​ບັນ​ດາ​ການ​ກະ​ທຳ ແລະ ປະ​ກອບ​ສ່ວນ​ທີ່ແທດ​ຈິງ

ເມື່ອເນັ້ນ​ໜັກ​ເຖິງ​ຄວາມ​ສະ​ໜິດ​ຕະ​ພັນ​ຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ​ສິດອຳນາດກົດ​ໝາຍ​ຢູ່​ລະ​ດັບ​ສາ​ກົນ ແລະ ລະ​ດັບ​ຊາດ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງວຽດ ​ແບ່ງ​ປັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ການປະຕິຮູບວຽກ​ງານ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ຮອບ​ດ້າ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງວຽດ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຖາວອນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: VNA)

ໃນ​ວັນ​ທີ 7 – 10 ຕຸ​ລາ, ຢູ່​ສຳ​ນັກ​ງານ ສ​ປ​ຊ, ນິວ​ຢອກ ອາ​ເມ​ລິ​ກາ, ຄະ​ນະ​ກຳ​ມະ​ການນິ​ຕິ​ກຳ (ຄະ​ນະ​ກຳ​ມະ​ການເລກ​ທີ 6) ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 81 ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ຂໍ້ “ສິດອຳນາດກົດ​ໝາຍ​ຢູ່​ລະ​ດັບ​ຊາດ ແລະ ສາ​ກົນ” ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ, ກ່າວ​ຄຳ​ເຫັນ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ແລະ ນັກ​ສັງ​ເກດ​ການ​ເກືອບ​ທັງ​ໝົດ.

ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງວຽດ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າຖາວອນ ຫວຽດ​ນາມ ປະ​ຈຳ ສ​ປ​ຊ ເນັ້ນ​ໜັກ​ວ່າ ປະ​ສິດ​ທິ​ຜົນ, ອິດ​ທິ​ພົນ​ຂອງກົດ​ໝາຍ​ສາ​ກົນ ແມ່ນຂຶ້ນກັບ​ເລື່ອງ​ບັນ​ດາ​ປະ​ເທດ​ອະ​ທິ​ບາຍ, ນຳ​ໃຊ້​ຢ່າງ​ມີ​ເຈດ​ຕະ​ນາ​ດີ, ເປັນ​ເອ​ກະ​ພາບ, ບໍ່​ຄັດ​ເລືອກ, ເປັນ​ຕົ້ນ​ແມ່ນ​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ກົດ​ບົດ ສ​ປ​ຊ… ເມື່ອເນັ້ນ​ໜັກ​ເຖິງ​ຄວາມ​ສະ​ໜິດ​ຕະ​ພັນ​ຢ່າງ​ແໜ້ນ​ແຟ້ນ ລະ​ຫວ່າງ​ສິດອຳນາດກົດ​ໝາຍ​ຢູ່​ລະ​ດັບ​ສາ​ກົນ ແລະ ລະ​ດັບ​ຊາດ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງວຽດ ​ແບ່ງ​ປັນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ​ໃນ​ການປະຕິຮູບວຽກ​ງານ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ​ໃນ​ໄລ​ຍະ​ຜ່ານ​ມາ​ຢ່າງ​ຮອບ​ດ້ານ​ຄື: ສຳຫຼວດກວດ​ກາ​ເອ​ກະ​ສານ​ທີ່ຕ້ອງ​ປັບ​ປຸງ, ປ່ຽນແທນ ຫຼື ລົບ​ລ້າງ​ນັບ​ພັນ​ສະ​ບັບ ເພື່ອ​ແກ້​ໄຂ​ບັນ​ດາ​ຮົ້ວ​ກີດ​ຂວາງ​ຕໍ່​ການ​ພັດ​ທະ​ນາ…

ກ່ຽວ​ກັບ​ການ​ປະ​ກອບ​ສ່ວນ​ປັບ​ປຸ​ງສິດອຳນາດ​ກົດ​ໝາຍຢູ່​ລະ​ດັບ​ສາກົນ, ຫວຽດ​ນາມ ແມ່ນ​ປະ​ເທດ​ທີ​ສາມ​ໃນ​ໂລກ​ທີ່ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ ສ​ປ​ຊ ​ວ່າດ້ວຍ​ການ​ຕ້ານ​ອາ​ດ​ຊະ​ຍາ​ກຳທາງໄຊເບີ (ສົນ​ທິ​ສັນ​ຍາ​ຮ່າ​ໂນ້ຍ), ພວມ​ຕັ້ງ​ໜ້າ​ກະ​ກຽມ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ວ່າດ້ວຍການ​ອະ​ນຸ​ລັກ​ຮັກ​ສາ ແລະ ນຳ​ໃຊ້ຄວາມ​ຫຼາກຫຼາຍ​ຂອງຊີ​ວະ​ພາບ​ທາງ​ທະ​ເລ​ແບບ​ຍືນ​ຍົງຢູ່​ບັນ​ດາ​ເຂດ​ທະ​ເລ ໃນເຂດນອກ​ສິດອຳ​ນາດການປົກຄອງຂອງລັດ (BBNJ) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່ກວັກ​ຢຸງ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ ກຸຍ​ເຍີນ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ ແລະ ການ​ຫັນ​ປ່ຽນ

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ ໂຮ່ກວັກ​ຢຸງ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ທັງ​ເປົ້າ​ໝາຍການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ບັນ​ລຸ​ສອງ​ຕົວ​ເລກ ແລະ ປ່ອຍ​ອາຍ​ພິດ​ລົງ​ເປັນ 0 ໃນ​ປີ 2050.

Top