• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມແລະອາເມລິກາຮ່ວມມືກັນໃນການປ້ອງກັນ,ຄວບຄຸມໂລກລະບາດໂຄວິດ-19

ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຖືວ່າ, ການຮ່ວມມືດ້ານສາທາລະນະສຸກຫວຽດນາມ - ອາເມລິກາ ເວົ້າລວມ ແລະ ໃນການຮັບມືກັບໂລກລະບາດໂຄວິດ-19 ໃນປະຈຸບັນພວມບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ.


ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ  ຮ່າກິມງອັກ

(ພາບ: VGP)


ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ  ຮ່າກິມງອັກ ຫາກໍ່ຕອບສຳພາດຂອງນັກຂ່າວກ່ຽວກັບການຮ່ວມມືລະຫວ່າງ 2 ປະເທດໃນວຽກງານປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ແລະ ນະໂຍບາຍກ່ຽວກັບການນຳເຂົ້າຂອງອາເມລິກາ ສຳລັບຫວຽດນາມ.

        ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຖືວ່າ, ການຮ່ວມມືດ້ານສາທາລະນະສຸກຫວຽດນາມ - ອາເມລິກາ ເວົ້າລວມ ແລະ ໃນການຮັບມືກັບໂລກລະບາດໂຄວິດ-19 ໃນປະຈຸບັນພວມບັນລຸໄດ້ຜົນງານຕັ້ງໜ້າຫຼາຍຢ່າງ. ຝ່າຍອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມໃນການປ້ອງກັນ, ຄວບຄຸມໂລກລະບາດຢ່າງຂ້ຽວຂາດ, ກະຈາງແຈ້ງ ແລະ ມີປະສິດທິຜົນຂອງລັດຖະບານຫວຽດນາມ. ໃນໄລຍະຜ່ານມາ, ລັດຖະບານອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະຫັກບ້ວງເງິນໜູນຊ່ວຍທີ່ມີມູນຄ່າ 37 ລ້ານ USD ເພື່ອໜູນຊ່ວຍບັນດາປະເທດຢູ່ພາກພື້ນ, ໃນນັ້ນມີຫວຽດນາມ ເພື່ອຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ-19. ໃນແງ່ມູມຫຼາຍຝ່າຍ, ຝ່າຍອາເມລິກາ ກໍ່ຕີລາຄາສູງບົດບາດຂອງຫວຽດນາມ ດ້ວຍຖານະເປັນປະທານອາຊຽນ ປີ 2020 ແລະ ພວມແລກປ່ຽນກັບຫວຽດນາມ ແລະ ບັນດາປະເທດສະມາຊິກອາຊຽນ ອື່ນໆ ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງອາຊຽນ - ອາເມລິກາ ກ່ຽວກັບດ້ານສາທາລະນະສຸກ ແລະ ໃນການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19. ປະຈຸບັນ, ຝ່າຍອາເມລິກາ ກໍ່ພວມຊັ່ງຊາຄວາມອາດສາມາດທີ່ຈະນຳເຂົ້າບັນດາອຸປະກອນການແພດຈາກຫວຽດນາມ ເພື່ອຮັບໃຊ້ໃນການປ້ອງກັນ, ຄວບຄຸມໂລກລະບາດຢູ່ອາເມລິກາ.

        ກ່ຽວກັບຂໍ້ມູນຂ່າວທີ່ຖືວ່າ, ລັດຖະບານອາເມລິກາ ພວມຈັດວາງນະໂຍບາຍຢຸດຕິນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ເຂົ້າຕະຫຼາດອາເມລິກາ ໂດຍຊົ່ວຄາວນັ້ນ, ທ່ານເອກອັກຄະລັດຖະທູດ ຮ່າກິມງອັກ ຢືນຢັນວ່າ, ນີ້ແມ່ນຂໍ້ມູນຂ່າວບໍ່ຖືກຕ້ອງ. ອາເມລິກາ ບໍ່ມີແຜນນະໂຍບາຍຢຸດຕິການນຳເຂົ້າບັນດາຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມ.

 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top