• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຈີນ

      ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ໄດ້ໄປຢ້ຽມຢາມເຂດປົກຄອງດ້ວຍຕົນເອງເຜົ່າຈວາງ ແຂວງກວາງສີ ແລະ ເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນຈີນ-ອາຊຽນຄັ້ງທີ 14 ຕາມຄຳເຊີນຂອງລັດຖະບານຈີນ

 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ
ແລະ ທ່ານຮອງນາຍົກລັດຖະມົນຕີຈີນ ຢາງກາວລີ
      ຕອນບ່າຍວັນທີ 11 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ໄດ້ມີການພົບປະກັບ ທ່ານຮອງນາຍົກລັດຖະມົນຕີຈີນ ຢາງກາວລີ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຈີນ ແລະ ຖືວ່າ ນີ້ແມ່ນບຸລິມະສິດແຖວໜ້າໃນນະໂຍບາຍພົວພັນຕ່າງປະເທດຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮ່ວາບິງ ສະເໜີ 2 ຝ່າຍສືບຕໍ່ຜັນຂະຫຍາຍບັນດາການຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດບັນລຸໄດ້, ສົມທົບກັນກະກຽມບັນດາການຢ້ຽມຢາມຂັ້ນສູງລະຫວ່າງ 2 ປະເທດ, ພິເສດແມ່ນການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ Apec 2017 ໃນເດືອນພະຈິກຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີນຜິງ.
     ສ່ວນທ່ານຮອງນາຍົກລັດຖະມົນຕີຈີນ ຢາງກາວລີ ຢືນຢັນວ່າ ພັກ ແລະ ລັດຖະບານຈີນ ຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືມິດຕະພາບກັບຫວຽດນາມ, ສືບຕໍ່ດຳເນີນການຢ້ຽມຢາມຂັ້ນສູງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຫວຽດນາມ…
 (ແຫຼ່ງຄັດຈາກ VOV)

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ຍູ້​ແຮງ​ການ​ຫັນ​ເປັ​ນ​ດີ​ຈີ​ຕອນ​ໃນ​ການ​ຍົກ​ເລີກ​ບັດ​ເຫຼືອງ IUU

ເພື່ອຄຸ້ມຄອງເຮືອຫາປາກວ່າ 79.000 ລຳທີ່ເຄື່ອນໄຫວໃນເຂດທະເລທີ່ກວ້າງໃຫຍ່, ການໝູນໃຊ້ຂໍ້ມູນໃນການການຄຸ້ມຄອງເຮືອຫາປາ ແລະ ປະລິມານສິນໃນນ້ຳ ເປັນດີຈີຕອນ ແລະ ຈະແຈ້ງນັ້ນ ແມ່ນລູກກຸນແຈທີ່ສຳຄັນ.

Top