• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມເຂົ້າຮ່ວມເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33

      ວັນທີ 13 ມິຖຸນາ, ເວທີປາໄສ ອາຊຽນ-ຍີປຸ່ນ ຄັ້ງທີ 33 ໄດ້ຖືກໄຂຂຶ້ນຢູ່ໂຕກຽວປະເທດຍີປຸ່ນ. ນີ້ແມ່ນການສົນທະນາປະຈຳປີຂັ້ນຮອງລັດຖະມົນຕີການຕ່າງປະເທດອາຊຽນໃນຂອບເຂດການສົນທະນາ ອາຊຽນ-ຍີປຸ່ນ ເພື່ອແນໃສ່ສຳຫຼວດກວດຄືນ ແລະ ປຶກສາຫາລືບັນດາມາດຕະການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມື ອາຊຽນ-ຍີປຸ່ນ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ເວທີປາໄສ.

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງຍີປຸ່ນທີ່ມີຕໍ່ພາກພື້ນ, ຊົມເຊີຍຍີປຸ່ນໝັ້ນໝາຍສະໜັບສະໜູນບົດບາດໃຈກາງຂອງອາຊຽນ, ຊ່ວຍໜູນອາຊຽນໃນການກໍ່ສ້າງປະຊາຄົມ, ພັດທະນາອະນຸເຂດ, ເພີ່ມທະວີການເຊື່ອມຕໍ່, ຮັດແຄບຄວາມແຕກໂຕ່ນກັນໃນການພັດທະນາ ແລະ ກໍ່ສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ. ເມື່ອແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໋ວກຢຸງ ໄດ້ຊົມເຊີຍບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນມໍ່ໆມານີ້ຢູ່ແຫຼມເກົາຫຼີ, ພິເສດ ແມ່ນຊົມເຊີຍໝາກຜົນກອງປະຊຸມສຸດຍອດ ອາເມລິກາ - ສປປເກົາຫຼີ ທີ່ຜ່ານມາ, ພ້ອມທັງຢືນຢັນສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ການສ້າງແຫຼມເກົາຫຼີປອດນິວເຄຼຍ. 
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດ ສິງກະໂປ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາຈະໄປຢ້ຽມຢາມທາງລັດຖະກິດ ສິງກະໂປ

ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດແຫ່ງ ສສ.ຫວຽດນາມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດ ສິງກະໂປ ແຕ່ວັນທີ 29 – 31 ພຶດສະພາ.

Top