• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມສາມາດໂຄສະນາຜົນງານດ້ານສິດທິມະນຸດຂອງປະເທດຊາດໄດ້


ທ່ານ ຮ່າ​ກີ​ມງ້ອກ ລັດຖະມົນຕີ​ຊ່ວຍ​
ວ່າການ​ກະຊວງ​ການ​ຕ່າງປະ​ເທດ
(ພາບ: ອິນເຕີແນັດ)

      ຫວຽດນາມ ​ສາມາດໂຄສະນາຜົນງານ​ດ້ານ​ສິດທິ​ມະນຸດ​ຂອງ​ປະ​ເທດ​ຊາດ​ໄດ້ ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ ຮ່າ​ກີ​ມງ້ອກ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ເມື່ອ​ຕອບ​ສຳ​ພາດຕໍ່​ນັກ​ຂ່າວສຳນັກ​ຂ່າວສານ​ ຫວຽດນາມ ປະຈຳ ​ເຊີ​ແນວ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມກ​ອງປະຊຸມ​ຂັ້ນ​ສູງ​ຊຸດ​ທີ 31 ສະພາສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ໃນ​ລະຫວ່າງ​ວັນ​ທີ 29/02 – 02/03 ຢູ່ ​ເຊີ​ແນວ ປະ​ເທດ ສະ​ວິດ. ທ່ານ ຮ່າ​ກີ​ມງ້ອກ ຊີ້​ແຈ້ງວ່າ: ​ໃນ 2 ປີ​ຜ່ານ​ມາ, ຫວຽດນາມ ​ໄດ້​ປະຕິບັດບົດ​ບາດ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ເປັນ​ຢ່າງ​ດີ, ສຳ​ເລັດ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ 3 ດ້ານ. ກ່ອນ​ອື່ນ​ໝົດ, ຫວຽດນາມ ​ໄດ້ຮ່ວມ​ແຮງ​ຮ່ວມ​ໃຈ​ກັບ​ປະຊາ​ຄົມ​ສາກົນ, ບັນດາສະມາຊິກ​ສະພາ​ສິດ​ທິມະນຸດ​ຕ່າງໆ ມານະ​ພະຍາຍາມ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ​ສິດທິ​ມະນຸດ​ໃນ​ທົ່ວ​ໂລກ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ ​ໄດ້​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ​ທີ່​ເວທີ​ປາ​ໄສ​ສຳຄັນ​​ນີ້​ຂອງ​ສະຫະປະຊາ​ຊາດ. ປີ 2016 ​ແມ່ນ​ປີ​ສຸດ​ທ້າຍ ທີ່ຫວຽດນາມ ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ. ຄຽງ​ຄູ່​ກັບ​ເລື່ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ດ້ານ​ຕັ້ງໜ້າຂອງ 2 ປີຜ່ານ​ມາ, ຫວຽດນາມ​ ຈະ​ສຸມ​ໃສ່ສ້າງ​ຄວາມ​ປະ​ທັບ​ໃຈ​ໃນ​ບັນດາ​ບັນຫາ​ທີ່ມີ​ຄວາມ​ສົນ​ໃຈ​ແຖວ​ໜ້າ​ຂອງ​ປະ​ເທດ​ໃຫ້​ລະອຽດ​ຄື: ຜົນ​ກະທົບ​ຈາກ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ສຳລັບ​ສິດທິ​ມະນຸດ, ສິດ​ຂອງ​ຄົ​ນພິການ. ທ່ານ ຮ່າ​ກີ​ມງ້ອກ ກໍ່​ຢືນຢັນ​ວ່າ: ​ເລື່ອງ​ປະຕິບັດ​​ບົດບາດ​ເປັນ​ສະມາຊິກ​ສະພາສິດທິ​ມະນຸດ​ເປັນ​ຢ່າງ​ດີ​ແມ່ນຂີດ​ໝາຍ​ສຳຄັນ, ​ໃນ​ການ​ເຕີບ​ໃຫຍ່​ຂະຫຍາຍ​ຕົວ​ຂອງ ຫວຽດນາມ ​ບົນ​ເສັ້ນທາງ​ພ້ອມ​ກັບມວນ​ມະນຸດ​ຊຸກຍູ້ ​ແລະ ຮັບປະກັນ​ສິດ​ທິມະນຸດ.
 (ແຫຼ່ງຄັດຈາກ VOV)

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ແຂກສາກົນມາ ຫວຽດນາມ ໃນ 4 ເດືອນຜ່ານມາບັນລຸລະດັບກ່ວາ 6 ລ້ານເທື່ອຄົນ

ບັນລຸໝາກຜົນນີ້ແມ່ນຍ້ອນນະໂຍບາຍອອກວີຊາອຳນວຍຄວາມສະດວກ, ບັນດາລາຍການສົ່ງເສີມການທ່ອງທ່ຽວທີ່ດູດດື່ມພວມສືບຕໍ່ເສີມຂະຫຍາຍປະສິດທິຜົນ.

Top