• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 5 ຄົນ

      ຕາມແຫຼ່ງຂ່າວຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລ້ວ, ໄລ່ຮອດເວລາ 6 ໂມງວັນທີ 8 ສິງຫາ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ 5 ຄົນ, ໃນນັ້ນ 3 ຄົນແມ່ນມີສ່ວນກ່ຽວຂ້ອງເຖິງ ດ່ານັ້ງ (ຢູ່ ກ໋ວາງຫງາຍ2 ຄົນ, ຮ່າໂນ້ຍ 1 ຄົນ) ແລະ 2 ຄົນໄດ້ ແຍກຕົວໃນທັນທີພາຍຫຼັງທີ່ເດີນທາງເຂົ້າແຂວງແຄ໊ງຮ່ວາ.

ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ 
      ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ໄດ້ຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 789 ຄົນ, ໃນນັ້ນມີ ຜູ້ຕິດເຊື້ອມາຈາກຕ່າງປະເທດ ແມ່ນ 316 ຄົນ, ຜູ້ຕິດເຊື້ອໃໝ່ໃນຊຸມຊົນ ແມ່ນ 333 ຄົນ ນັບແຕ່ວັນທີ 25 ກໍລະກົດມາຮອດປັດຈຸບັນ, ຜູ້ຕິດເຊື້ອ 395 ຄົນແມ່ນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ ແລະ ມີຜູ້ເສຍຊີວິດ 10 ຄົນ.
        ກ່ອນໜ້ານັ້ນ, ໃນວັນທີ 7 ສິງຫາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມປະຈຳ ອົດສະຕາລີ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບອົດສະຕາລີຈັດຖ້ຽວບິນນຳສົ່ງພົນລະເມືອງຫວຽດນາມ 340 ຄົນ ກັບມາປະເທດ. ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນເຕິນເຊີນເຍິດ ຜູ້ໂດຍສານທັງໝົດໄດ້ກວດສຸຂະພາບ ແລະ ນຳສົ່ງໄປຍັງຮາກຖານແຍກຕົວຢ່າງຖືກຕ້ອງຕາມຂໍ້ກຳນົດ.
        ໃນເຫດການທີ່ກ່ຽວຂ້ອງ, ໃນວັນທີ 7 ສິງຫາ, ສະຖານທູດຫວຽດນາມປະຈຳອາເມລິກາ ໄດ້ມອບຜ້າອັດປາກ - ດັງ 10.000 ອັນ ໃຫ້ແກ່ ລັດ Maryland ອາເມລິກາ.
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top