ຂ່າວສານ
ຫວຽດນາມຕາງໜ້າໃຫ້ອາຊຽນ ໃຫ້ຄຳໝັ້ນສັນຍາປະກອບສ່ວນເຂົ້າໃນຄວາມມານະພະຍາຍາມ “ປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ”
ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ
(ພາບ: TTXVN )
ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ຕາງໜ້າບັນດາປະເທດອາຊຽນ ມີບົດກ່າວປາໄສຕີລາຄາສູງເລື່ອງຈັດຕັ້ງວາລະປຶກສາຫາລືເປີດ ເພື່ອແນໃສ່ຢືນຢັນຄືນໃໝ່ຄຳໝັ້ນສັນຍາຂອງວົງຄະນາຍາດສາກົນກ່ຽວກັບການປົກປ້ອງສາມັນຊົນໃນການປະທະກັນປະກອບອາວຸດ. ຕາມທ່ານເອກອັກຄະລັດຖະທູດດັ້ງດິນກຸຍ ແລ້ວ, ບັນດາປະເທດອາຊຽນຢືນຢັນວ່າ ລັດຖະບານປະເທດຕ່າງໆລ້ວນແຕ່ມີຄວາມຮັບຜິດຊອບອັນດັບຕົ້ນໃນບັນຫາປົກປ້ອງປະຊາຊົນ. ໜ້າທີ່ປົກປ້ອງສາມັນຊົນໃນການປະທະກັນຕ້ອງໄດ້ຮັບການປະຕິບັດໃຫ້ສອດຄ່ອງກັບກົດບັດ ສປຊ, ເຄົາລົບອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ຄວາມເປັນເອກະລາດດ້ານການເມືອງຂອງປະເທດເຈົ້າພາບ.
ທ່ານເອກອັກຄະລັດຖະທູດດັ້ງດິນກຸຍ ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ເຂົ້າຮ່ວມປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມລວມຂອງວົງຄະນາຍາດສາກົນ, ໃນນັ້ນມີເລື່ອງເຂົ້າຮ່ວມຄະນະຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໄດ້.
(ແຫຼ່ງຄັດຈາກ VOV)