ຂ່າວສານ
ຫວຽດນາມຈະເປັນປະທານກອງປະຊຸມຄົບຄະນະ ສະຫະພັນບັນດາສູນ ຮັກສາສັນຕິພາບອາຊີ - ປາຊີຟິກ ໃນເດືອນເມສາ 2020
ພະນັກງານ, ນັກຮົບໂຮງໝໍກາງສະໜາມ ຂັ້ນ 2 ເລກ 2 ໄປປະຕິຮັດໜ້າທີ່ຢູ່ຄະນະປະຈິບັດງານ
ຮັກສາສັນຕິພາບ ສປຊ ຢູ່ ຊູດານໄຕ (ພາບ: TTXVN)
ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສຸມໃສ່ປຶກສາຫາລື ແລະ ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ບັນດາເນື້ອໃນຢ່າງລະອຽດທີ່ກ່ຽວຂ້ອງເຖິງວຽກງານສ້າງແຜນການ ແລະ ກະກຽມໃຫ້ແກ່ກອງປະຊຸມ AAPTC 2020. ເລື່ອງຈັດຕັ້ງ ກອງປະຊຸມ AAPTC 2020 ຢູ່ ຫວຽດນາມ ແມ່ນບາດກ້າວສຳຄັນປະກອບສ່ວນເຂົ້າໃນການປະຕິບັດການຫັນແຜນນະໂຍບາຍສ້າງຮາກຖານຝຶກແອບໃນການຮັກສາສັນຕິພາບຂອງ ຫວຽດນາມ ໃຫ້ກາຍເປັນສູນທີ່ບັນລຸມາດຕະຖານລະດັບພາກພື້ນໃຫ້ປະກົດຜົນເປັນຈິງ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ການພົວພັນມິດຕະພາບ ແລະ ການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ ລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມືສາກົນ.
(ແຫຼ່ງຄັດຈາກ VOV)