• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຮ່ວມມືສາກົນ, ປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງ ສປຊ

ຫວຽດນາມ ປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນກ່ວາອີກ ແລະ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

ທີ່ການພົບປະເຈລະຈາ (ພາບ:TTXVN) 
ຕອນເຊົ້າວັນທີ 22 ເມສາ (ຕາມເວລາທ້ອງຖິ່ນ), ຢູ່ ນິວຢອກ ປະເທດ ອາເມລິກາ, ທ່ານລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຢ້ຽມຢາມສຳນັກງານສະມັດຊາໃຫຍ່ສະຫະປະຊາຊາດ ແລະ ມີການພົບປະເຈລະຈາກັບທ່ານ Vladimir Voronkov ຮອງເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບການປ້ອງກັນ, ຕ້ານການກໍ່ການຮ້າຍ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີຄວາມມານະພະຍາຍາມລະດັບຊາດ, ການຮ່ວມມືສາກົນໃນການປະຕິບັດຍຸດທະສາດຕ້ານການກໍ່ການຮ້າຍທົ່ວໂລກຂອງສະຫະປະຊາຊາດ, ຜັນຂະຫຍາຍບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບການຕ້ານກໍ່ການຮ້າຍຢ່າງເຂັ້ມງວດ. ໃນປີ 2020, ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ ແລະ ຈະພ້ອມກັບບັນດາປະເທດ ອາຊຽນ ສາມັກຄີຮ່ວມມືຢ່າງແໜ້ນແຟ້ນກັບສະຫະປະຊາຊາດໃນການປ້ອງກັນຕ້ານກໍ່ການຮ້າຍ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ປາດຖະໜາຢາກສືບຕໍ່ປະກອບສ່ວນເຂົ້າໃນການຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນກ່ວາອີກ ແລະ ອອກສະໝັກຮັບເລືອກຕັ້ງເປັນສະມາຊິກບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.
(ແຫຼ່ງຄັດຈາກ VOV)

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ເມ​ລິ​ກາ ຫລຸດ​ລົງ ແຕ່ ການ​ຄ້າ​ລະ​ຫວ່າງ ຈີນ-ອາ​ຊຽນ ແລະ ເອີ​ລົບ ເພີ່ມ​ຂຶ້ນ

ໃນເດືອນ ເມສາ, ການສົ່ງອອກຂອງ ຈີນ ໄດ້ເພີ່ມຂຶ້ນ 8.1%, ລືນກາຍຄວາມຄາດຫວັງ ແລະ ການຄາດຄະເນ.

Top