• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ບຸລິມະສິດແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ

      ເຖິງວ່າ ສົງຄາມໄດ້ຜ່ານພົ້ນໄປແລ້ວກໍຕາມ, ແຕ່ເລື່ອງແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ຍັງຄົງແມ່ນບັນຫາ ຊື່ງຫວຽດນາມ ແລະ ອາເມລິກາ ຍາມໃດກໍ່ເອົາໃຈໃສ່ແກ້ໄຂ. ນີ້ກໍ່ແມ່ນພື້ນຖານສຳຄັນໃນວິວັດການພັດທະນາການພົວພັນລະຫວ່າງສອງປະເທດ. ພ້ອມກັບບັນດາການເຄື່ອນໄຫວເກັບກູ້ລູກລະເບີດບໍ່ທັນແຕກ, ຊອກຫາພົນທະຫານຖືກຫາຍສາບສູນ, ຫນູນຊ່ວຍຄົນພິການການເຄື່ອນໄຫວລ້າງທາດເຄມີ/ດີໂອຊີນ ໃນໄລຍະຜ່ານມາ ບັນລຸໄດ້ໝາກຜົນຫລາຍຢ່າງ, ປະກອບສ່ວນແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ຊຸກຍູ້ການພັດທະນາເສດຖະກິດສັງຄົມຂອງຫວຽດນາມ.
ດີໂອຊີນ ແມ່ນທາດຕົ້ນຕໍ່ເຮັດໃຫ້ໃບໄມ້ຫລົ່ນ ໂດຍ ອາເມລິການຳໃຊ້ໃນສົງຄາມຫວຽດນາມ ເຮັດໃຫ້ຫລາຍເຂດຢູ່ຫວຽດນາມ ຖືກຕິດທາດພິດຢ່າງຫນັກຫນ່ວງ.
ນັບແຕ່ເມື່ອສອງປະເທດສ້າງການພົວພັນເປັນປົກກະຕິ ແລະ ສ້າງການພົວພັນຄູ່ຮ່ວມມືຮອບດ້ານ, ຫວຽດນາມ ແລະ ອາເມລິກາ ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຊຸກຍູ້ເລື່ອງດັດແປງ, ລ້າງທາດພິດຢູ່ບັນດາສະຖານທີ່ຖືກມົນລະພິດຢ່າງຫນັກຫນ່ວງ, ຫນູນຊ່ວຍສ້າງເນື້ອທີ່ດິນສະອາດປອດໃສໃຫ້ແກ່ປະຊາຊົນ, ຫລຸດຜ່ອນຄວາມສ່ຽງຖືກມົນລະພິດ. ການຮ່ວມມືເພື່ອແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມລະຫວ່າງສອງປະເທດໃນອະດີດຕະການ ໄດ້ເປີດປະຕູໃຫ້ແກ່ການພົວພັນມຸ່ງໄປເຖິງອະນາຄົດ.

ທ່ານ Patrick Leahy ສະມາຊິກສະພາສູງ ພັກປະຊາທິປະໄຕ ອາເມລິກາ   ແລະ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ເປັນປະທານຮ່ວມພິທີເລີ່ມຜັນຂະຫຍາຍໂຄງການ (ພາບ: nhandan.com.vn)
      ພ້ອມກັນຜ່ານຜ່າບັນດາສິ່ງທ້າທາຍ
ສອງຝ່າຍມານະພະຍາຍາມຜັນຂະຫຍາຍວິວັດການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມໂດຍໄວ. ບັນດາການເຄື່ອນໄຫວນີ້ໄດ້ສຸມໃສ່ເຂົ້າໃນການກວດມ້າງ, ເກັບກູ້ລະເບີດບໍ່ທັນແຕກ, ຊອກຫາພົນທະຫານຖືກຫາຍສາບສູນ, ຫນູນຊ່ວຍຄົນພິການຜ່ານບັນດາໂຄງການປັບປຸງຊີວິດການເປັນຢູ່, ການທຳມາຫາກິນລ້ຽງຊີບ… ໃນຂະນະນັ້ນ ບັນດາສະຫນາມບິນໂດຍກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຫວຽດນາມ ຊື່ງແມ່ນບ່ອນຕິດທາດພິດ ດີໂອຊີນ ຢ່າງຫນັກຫນ່ວງ ຍັງບໍ່ທັນໄດ້ຮັບການແກ້ໄຂ ເພາະວ່າ ວຽກງານນີ້ຕ້ອງການຄວາມມານະພະຍາຍາມຈາກສອງຝ່າຍ ພິເສດ ແມ່ນອຳນາດການປົກຄອງ ອາເມລິກາ, ໃນນັ້ນ ມີການຫນູນຊ່ວຍສະຫນັບສະຫນູນອັນໃຫຍ່ຫລວງຈາກບັນດາເພື່ອນມິດ ອາເມລິກາ ທີ່ມີຄວາມຮັກຕໍ່ຫວຽດນາມ. ທ່ານ Patrick Leahy ສະມາຊິກສະພາສູງ ພັກປະຊາທິປະໄຕ ອາເມລິກາ ໃຫ້ຮູ້ວ່າ:
ຂ້າພະເຈົ້າ ຍາມໃດກໍ່ລະດົມ, ຂົນຂວາຍການເຂົ້າຮ່ວມຂອງບັນດາສະມາຊິກສະພາສູງຊື່ງເປັນຜູ້ຮ່ວມງານຂອງຂ້າພະເຈົ້າ ຈາກ ສອງພັກ ໃນສະພາແຫ່ງຊາດ ອາເມລິກາ. ແລະ ຫລັງຈາກນີ້ ຖ້າຂ້າພະເຈົ້າບໍ່ຮັບດຳລົງຕຳແຫນ່ງນີ້ ບັນດາຜູ້ຮ່ວມງານຂອງຂ້າພະເຈົ້າຈະສືບຕໍ່ວຽກງານທີ່ເຕັມໄປດ້ວຍຄວາມໝາຍນີ້.
ແຕ່ເດືອນສິງຫາປີ 2012, ກະຊວງປ້ອງກັນປະເທດຂອງສອງປະເທດ ເລີ່ມຜັນຂະຫຍາຍໂຄງການແກ້ໄຂສິ່ງແວດລ້ອມຖືກມົນລະພິດດີໂອຊີນ ຢູ່ ສະຫນາມບິນ ດາຫນັງ ແລະ ໂຄງການນີ້ ໄດ້ສຳເລັດໃນທ້າຍປີ 2016.ໂຄງການນີ້ ໄດ້ລ້າງທາດພິດທີ່ດິນກວ່າ 90.000 ແມັດກ້ອນ. ນີ້ໄດ້ຮັບຖືວ່າ ແມ່ນຂີດໝາຍສຳຄັນໃນການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະ ອາເມລິກາ. ເລື່ອງລ້າງທາດພິດດີໂອຊີນ ຢູ່ ສະຫນາມບິນ ດາຫນັງ ເປັນການພິສູດໃຫ້ເຫັນວ່າ ສອງປະເທດ ໄດ້ພ້ອມກັນແກ້ໄຂບັນດາບັນຫາຕົກຄ້າງຫລັງສົງຄາມຢ່າງມີຄວາມຮັບຜິດຊອບ ແລະ ຫັນເນື້ອໃນກໍ່ຄວາມບໍ່ລົງລອຍກັນເປັນເນື້ອໃນເພື່ອຮ່ວມວຽກຮ່ວມງານ, ເປີດແງ່ຫວັງແຫ່ງການຮ່ວມມືໃນຂົງເຂດນີ້ຢູ່ບັນດາໂຄງການຕໍ່ໄປ.
ມຸ່ງໄປເຖິງອະນາຄົດຫລາຍກວ່າອີກ
 
ພາຍຫລັງປະຕິບັດການລ້າງພິດດີໂອຊີນ ຢູ່ ສະຫນາມບິນ ດາຫນັງ ສຳເລັດຜົນ, ໂຄງການລ້າງພິດດີໂອຊີນ ຢູ່ ສະຫນາມບິນ ບຽນຮ່ວາ ສືບຕໍ່ໄດ້ຮັບການຜັນຂະຫຍາຍ. ສະຫນາມບິນແຫ່ງນີ້ແມ່ນເຂດຖືກຕິດທາດດີໂອຊີນຫນັກຫນ່ວງກວ່າໝູ່ຢູ່ຫວຽດນາມ, ດ້ວຍ ທີ່ດິນ 500.000 ແມັດກ້ອນຖືກມົນລະພິດ. ຕົວເລກນີ້ແມ່ນສູງກວ່າທົບ 5 ເທົ່າ ເມື່ອທຽບໃສ່ສະຫນາມບິນ ດາຫນັງ.  ຕາມການຄາດຄະເນແລ້ວ, ວິວັດການລ້າງທາດພິດຢູ່ ສະຫນາມບິນ ບຽນຮ່ວາ ຈະຕ້ອງໃຊ້ເວລາຢ່າງຫນ້ອຍສຸດແມ່ນ 10 ປີ ແລະ ໃຊ້ງົບປະມານ 390 ລ້ານ USD. ໂຄງການລ້າງທາດພິດດີໂອຊີນຢູ່ເຂດສະຫນາມບິນ ບຽນຮ່ວາ ສະແດງໃຫ້ເຫັນຄວາມສຳຄັນຂອງບັນດາຄວາມມານະພະຍາຍາມລວມລະຫວ່າງຫວຽດນາມ ແລະ ອາເມລິກາ ໃນເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານເລິກເຊິ່ງກວ່າຜ່ານການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. ທີ່ພິທີເລີ່ມປະຕິບັດໂຄງການລ້າງທາດພິດດີໂອຊີນ ຢູ່ສະຫນາມບິນ ບຽນຮ່ວາ ໃນວັນທີ 20 ເມສາ ຜ່ານມາ, ທ່ານ Patrick Leahy ສະມາຊິກສະພາສູງ ອາເມລິກາ ພ້ອມກັບສະມາຊິກສະພາສູງອື່ນ 8 ທ່ານ ສັງກັດ 8 ລັດຂອງ ອາເມລິກາ ໄດ້ມີຫນ້າຢູ່ຫວຽດນາມ ເພື່ອເລີ່ມປະຕິບັດໂຄງການນີ້. ຕີລາຄາສູງການຮ່ວມມືຈາກ ຝ່າຍ ອາເມລິກາ, ພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢືນຢັນວ່າ:
ຂ້າພະເຈົ້າຖືບົດບາດຂອງທ່ານສະມາຊິກສະພາສູງ ອາເມລິກາ Patrick Leahy ເປັນສຳຄັນ. ຄຽງຂ້າງທ່ານ ຍັງມີຜູ້ຊ່ວຍວຽກ, ຜູ້ຮ່ວມງານ ແລະ ພ້ອມກັບສະມາຊິກສະພາສູງອື່ນ 8 ທ່ານ ສັງກັດ 8 ລັດຂອງ ອາເມລິກາ. ຄຳເຫັນຂອງພວກທ່ານແມ່ນມີຄວາມສຳຄັນຢູ່ເວທີການເມືອງ ອາເມລິກາ. ເພາະສະນັ້ນ ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ໃນອະນາຄົດການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ພັດທະນາ.
ຫວຽດນາມ ແລະ ອາເມລິກາ ບໍ່ມີເວລາຫລາຍເພື່ອທົດສອບຄວາມເຊື່ອໝັ້ນເຊິ່ງກັນ ແລະກັນ ຜ່ານການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ. ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງລັດຖະບານ ຫວຽດນາມ ແລະ ອາເມລິກາ ໄດ້ນຳມາໃຫ້ການພົວພັນອັນດີງາມລະຫວ່າງສອງປະເທດປະຈຸບັນ ພ້ອມກັນນັ້ນ ຄວາມຈິງໄດ້ພິສູດໃຫ້ເຫັນຄວາມຫຍຸ້ງຍາກທີ່ສຸດໃນອະດີດຕະການ ປະຈຸບັນ ໄດ້ກາຍເປັນພື້ນຖານທີ່ດີໃຫ້ແກ່ການຮ່ວມມືໃນອະນາຄົດ. ບົນຈິດໃຈຮ່ວມວຽກຮ່ວມງານ ແລະ ມີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ລັດຖະບານສອງປະເທດ ໄດ້ ແລະ ພວມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ບັນເທົາຄວາມເຈັບປວດ ແລະ ເປັນການລະດົມກຳລັງໃຈໃຫ້ແກ່ປະຊາຊົນສອງປະເທດ ເພື່ອສຸມໃສ່ໃຫ້ອະນາຄົດອັນສົດໃສກວ່າ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top