• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອາເມລິກາ ຊຸກຍູ້ການຮ່ວມມືໃນຂົງເຂດການບິນ

      ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາບໍລິສັດ, ອົງການຄຸ້ມຄອງທາງການບິນ, ການຂົນສົ່ງ ແລະ ຄວາມໝັ້ນຄົງ, ການຄ້າ…ຂອງ ອາເມລິກາ - ຫວຽດນາມ ໄດ້ແບ່ງປັນບັນດາບົດຮຽນໃນພຶດຕິກຳຕົວຈິງດີທີ່ສຸດໃນຂະແໜງການບິນ

ທີ່ກອງປະຊຸມສຳມະນາ (ພາບ: TTXVN
      ວັນທີ 18 ເມສາ, ສະຖານກົງສູນໃຫຍ່ ອາເມລິກາ ປະຈຳນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຊຸກຍູ້ຮ່ວມມືລະຫວ່າງ ອາເມລິກາ ແລະ ຫວຽດນາມ ໃນການພັດທະນາພື້ນຖານໂຄງລ່າງສະໜາມບິນຂອງ ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ, ຜູ້ຕາງໜ້າທັງພາກລັດ - ພາກເອກະຊົນກ່ວາ 80 ຄົນທີ່ມາຈາກ 2 ປະເທດ, ແນໃສ່ມຸ່ງໄປເຖິງການຊອກຫາບັນດາກາລະໂອກາດ ແລະ ຂົງເຂດການຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ ເມື່ອ 2 ປະເທດກະກຽມເປີດສາຍການບິນໂດຍກົງ.
        ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າບັນດາບໍລິສັດ, ອົງການຄຸ້ມຄອງທາງການບິນ, ການຂົນສົ່ງ ແລະ ຄວາມໝັ້ນຄົງ, ການຄ້າ…ຂອງ ອາເມລິກາ - ຫວຽດນາມ ໄດ້ແບ່ງປັນບັນດາບົດຮຽນໃນພຶດຕິກຳຕົວຈິງດີທີ່ສຸດໃນຂະແໜງການບິນ ເພື່ອເພີ່ມທະວີການພົວພັນລະຫວ່າງ ອາເມລິກາ - ຫວຽດນາມ; ກຳນົດທິດການສົມທົບກັບ ຫວຽດນາມ ພັດທະນາບັນດາໂຄງການພື້ນຖານໂຄງລ່າງສະໜາມບິນສຳຄັນ; ແຜນການພັດທະນາສະໜາມບິນຂອງ ຫວຽດນາມ.
        ປັດຈຸບັນກຸ່ມອຸດສາຫະກຳການບິນ ຫວຽດນາມ - ອາເມລິກາ ລວມມີ 26 ບໍລິສັດ, 6 ອົງການ ແລະ ຄະນະຂະແໜງການຂອງລັດຖະບານ ອາເມລິກາ ແລະ 2 ສະຫະສະມາຄົມວິສາຫະກິດ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top