• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຮ່ວມມື ດ້ານປ້ອງກັນປະເທດ

ກອງທັບປະຊາຊົນແຫ່ງຊາດ ອານເຊຣີ ຖືເປັນສຳຄັນຕໍ່ການປັບປຸງພື້ນຖານຮ່ວມມືດ້ານການທະຫານ ກັບກອງທັບປະຊາຊົນ ຫວຽດນາມ ໃນຫຼາຍຂົງເຂດ
ຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນ ຫວຽດນາມ ວາງ​ພວງມ​າ​ລ​າ​ຢູ່​ອະ​ນຸ​ສາ​ວະ​ລີ​ປະ​ທານ ໂຮ່​ຈີ​ມິນ ທີ່​ນະ​ຄອນ​ຫຼວງ Algiers (ພາບ: VNA)

ວັນທີ 26 ກັນຍາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ອານເຊຣີ, ທ່ານພົນເອກ Said Chengriha, ລັດ​ຖະ​ມົນ​ຕີ​ກະ​ຊວງຮັກສາການພ້ອມກັບ ລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງກັນປະເທດ, ເສນາທິການໃຫຍ່ກອງທັບປະຊາຊົນ ອານເຊຣີ, ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບ​ປະເຈລະຈາກັບຄະນະຜູ້ແທນການເມືອງຂັ້ນສູງຂອງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນເອກ ຫວ​ຽນ​ຈ້​ອງ​ເງັ້ຍ, ຫົວໜ້າການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ ຫວຽດ​ນາມ, ນຳໜ້າ.

ກ່າວ​ຄຳ​ເຫັນ​ຊົ​ມ​ເຊີຍ, ​ທ່ານ​ນົນ​ເອກ Said Chengriha ໄດ້ຕີລາຄາວ່າ ການຢ້ຽມຢາມແມ່ນບາດກ້າວໃໝ່ ເພື່ອເພີ່ມທະວີການຮ່ວມມື​ດ້ານ​ການ​ທະ​ຫານ, ປະກອບສ່ວນນຳ​ການຮ່ວມມືລະຫວ່າງສອງກອງທັບໃຫ້ກ້າວເຂົ້າສູ່ລະດັບສູງ​ໃໝ່, ຮັບໃຊ້ຜົນປະໂຫຍດຂອງສອງປະເທດ. ພົນ​ເອກ Said Chengriha ຢືນຢັນວ່າ, ກອງທັບປະຊາຊົນແຫ່ງຊາດ ອານເຊຣີ ຖື​ເປັນສຳຄັນຕໍ່ການ​ປັບ​ປຸງພື້ນຖານຮ່ວມມືດ້ານການທະຫານກັບ​ກອງ​ທັບ​ປະ​ຊາ​ຊົນ ຫວຽດນາມ ໃນຫຼາຍຂົງເຂດ, ພິ​ເສດແມ່ນປະຫວັດສາດການທະຫານ, ​​ບຳ​ລຸງ​ສ້າງ ແລະ ອຸດສາຫະກຳປ້ອງກັນປະເທດ.

ສ່ວນທ່ານພົນເອກ ຫງວຽນຈ້ອງເງັ້ຍ ​ຊີ້​ແຈ້ງວ່າ ເພື່ອ​ເຮັດ​ໃຫ້ການຮ່ວມມືດ້ານປ້ອງກັນປະເທດລະຫວ່າງສອງປະເທດໃນອະນາຄົດ​ໃຫ້​ເລິກ​ເຊິ່ງກວ່າ, ສອງຝ່າຍຕ້ອງສືບຕໍ່ຮ່ວມມືກັນ​ບຳ​ລຸງ​ສ້າງ; ​ອຸດ​ສາ​ຫະ​ກຳດ້ານປ້ອງກັນ​ນ​ຊາດ, ​ພາ​ລະ​ທິ​ການ; ໂຄສະນາ, ໜູນຊ່ວຍເພື່ອນມິດສາກົນ ແລະ ປະຊາຊົນສອງປະເທດເຂົ້າໃຈກ່ຽວກັບ​ສາຍພົວພັນ​ທີ່​ເປັນ​ມູນ​ເຊື້ອ

(ແຫຼ່ງຄັດຈາກ VOV)

ທິມ​​ຊາດ​ບານ​ເຕະ ຫວຽດ​ນາມ ໄດ້​ຮັ​ບໄຊ​ຊະ​ນະ​ໃນ​ນັດ​ທຳ​ອິດ​ຢູ່ FIFA ASEAN Cup 2026

ທິມ​​ຊາດ​ບານ​ເຕະ ຫວຽດ​ນາມ ໄດ້​ຮັ​ບໄຊ​ຊະ​ນະ​ໃນ​ນັດ​ທຳ​ອິດ​ຢູ່ FIFA ASEAN Cup 2026

ຫວຽດ​ນາມ ໄດ້​ຮັບ 3 ຄະ​ແນນ​ໃນ​ນັດ​ແຂ່ງ​ຂັນ​ທຳ​ອິດ.

Top