• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການປ້ອງກັນ ແລະ ຕ້ານອາດຊະຍາກຳ

ໃນປີ 2018, ສິງກະໂປ ຮັກສາບົດບາດເປັນປະທານ ອາຊຽນ. ການຮ່ວມມື ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ສິງກະໂປ ບັນລຸໄດ້ປະສິດທິຜົນສູງໃນຫຼາຍຂົງເຂດ. 

ທ່ານ ພົນໂທ ໂຕເລິມ ແລະທ່ານ K. Shanmugam ລັດຖະມົນຕີກະຊວງພາຍໃນສິງກະໂປ ຍ່າງກວດແຖວທະຫານກຽດຕິຍົດ (ພາບ: TTXVN)

ວັນທີ 6 ທັນວາ, ທີ່ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີຕ້ອນຮັບຢ່າງເປັນທາງການ ແລະ ພົບປະກັບຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນສິງກະໂປ ໂດຍທ່ານ K. Shanmugam, ລັດຖະມົນຕີກະຊວງພາຍໃນ ທັງເປັນລັດຖະມົນຕີກະຊວງກົດໝາຍ ສິງກະໂປ ເປັນຫົວໜ້າຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານກຳມະການກົມການເມືອງ ພົນໂທ ໂຕເລິມ, ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ເປັນປະທານພິທີຕ້ອນຮັບ ແລະ ການເຈລະຈາ. ກ່າວຄຳເຫັນທີ່ການເຈລະຈາ, ທ່ານລັດຖະມົນຕີ ໂຕເລິມ ເນັ້ນໜັກວ່າ ໃນປີ 2018, ສິງກະໂປ ຮັກສາບົດບາດເປັນປະທານ ອາຊຽນ. ການຮ່ວມມື ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ສິງກະໂປ ບັນລຸໄດ້ປະສິດທິຜົນສູງໃນຫຼາຍຂົງເຂດ. ປີ 2019, ຫວຽດນາມ ຈະເປັນເຈົ້າພາບຈັດກອງປະຊຸມ ຜູ້ບັນຊາການຕຳຫຼວດ ຄັ້ງທີ 39 (ASEANAPOL – 39). ດັ່ງນັ້ນ, ກະຊວງຕຳຫຼວດ ຫວຽດນາມ ປາຖະໜາຢາກໃຫ້ຝ່າຍ ສິງກະໂປ  ສະໜັບສະໜູນກອງປະຊຸມດັ່ງກ່າວ ເພື່ອສືບຕໍ່ປັບປຸງບົດບາດເປັນໃຈກາງ ຂອງ ອາຊຽນເວົ້າລວມ ແລະ ແລະ ເສົາຄ້ຳການຮ່ວມມືດ້ານຄວາມໝັ້ນຄົງ - ການເມືອງເວົ້າສະເພາະ.

ສ່ວນທ່ານ K. Shanmugam ກໍ່ຢັ້ງຢືນວ່າ ດ້ວຍຕຳແໜ່ງວຽກງານຂອງຕົນ ຈະມານະພະຍາຍາມ ນຳການຮ່ວມມືມິດຕະພາບ ລະຫວ່າງ ສອງຊາດ ຫວຽດນາມ - ສິງກະໂປ ເວົ້າລວມ, ລະຫວ່າງ ກະຊວງຕຳຫຼວດ ຫວຽດນາມ ແລະ ກະຊວງພາຍໃນ ສິງກະໂປ ເວົ້າສະເພາະ ໃຫ້ນັບມື້ນັບພັດທະນາກ້າວຂຶ້ນສູ່ລະດັບສູງໃໝ່.

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top