• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ມົງກົນຊຸກຍູ້ການພົວພັນຮ່ວມມືຕາມບັນດາລະບອບລະບຽບການຫຼາຍຝ່າຍ

      ຕອນບ່າຍວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານ Amarjargal Gansukh , ເລຂາສະພາປ້ອງກັນຄວາມສະຫງົບມົງກົນ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
      ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນກ່ຽວກັບການປ່ຽນແປງໃໝ່, ການພັດທະນາເສດຖະກິດອຸດສາຫະກຳ ແລະ ການທ່ອງທ່ຽວກັບມົງກົນ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຫວັງວ່າ ມົງກົນຈະສ້າງເງື່ອນໄຂ ອຳນວຍຄວາມສະດວກເພື່ອໃຫ້ຫວຽດນາມເພີ່ມທະວີການສົ່ງອອກບັນດາປະເພດສິນຄ້າ ຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານປຸງແຕ່ງ, ສິນຄ້າໃຊ້ສອຍ, ເຄື່ອງຈັກ…. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີ 2 ຝ່າຍຄວນເພີີ່ມທະວີການຮ່ວມມືແລກປ່ຽນປະຊາຊົນ, ໂຄສະນາເຜີຍແຜ່ທາງດ້ານວັດທະນະທຳ, ການສຶກສາ, ສິລະປະ, ກິລາ, ປະຕິບັດສັນຍາຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດທີ່ໄດ້ລົງນາມເມື່ອປີ 2005 ຢ່າງມີປະສິດທິຜົນ.
     ທ່ານ Amarjargal Gansukh , ເລຂາສະພາປ້ອງກັນຄວາມສະຫງົບມົງກົນ ກໍໄດ້ແຈ້ງໝາກຜົນແຫ່ງການເຈລະຈາກັບທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໃຫ້ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຮັບຊາບ. ໃນນັ້ນ, 2 ຝ່າຍເປັນເອກະພາບຊຸກຍູ້ການຮ່ວມມືຕາມບັນດາລະບອບລະບຽບການຫຼາຍຝ່າຍຊຶ່ງ 2 ປະເທດຕ່າງກໍເປັນສະມາຊິກ.
 (ແຫຼ່ງຄັດຈາກ VOV)
 

ສ້າງເງື່ອນໄຂດີສຸດເພື່ອໃຫ້ນັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ຢູ່ອາເມລິກາ ເຂົ້າຮ່ວມ, ປະກອບສ່ວນໃຫ້ແກ່ປະເທດຊາດ

ສ້າງເງື່ອນໄຂດີສຸດເພື່ອໃຫ້ນັກຊ່ຽວຊານ, ປັນຍາຊົນຊາວ ຫວຽດນາມ ຢູ່ອາເມລິກາ ເຂົ້າຮ່ວມ, ປະກອບສ່ວນໃຫ້ແກ່ປະເທດຊາດ

ສ້າງ​ເງື່ອນ​ໄຂ​ດີ​ສຸດ​ເພື່ອ​ໃຫ້​ນັກ​ຊ່ຽວ​ຊານ​, ປັນ​ຍາ​ຊົນ​ຊາວ ຫວຽດ​ນາມ ຢູ່​ອາ​ເມລິ​ກາ ເຂົ້າ​ຮ່ວມ​, ປະ​ກອບ​ສ່ວນ​ໃຫ້​ແກ່​ປະ​ເທດ​ຊາດ - ສິ່ງ​ດັ່ງ​ກ່າວ​ໂດຍ​ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ເນັ້ນ​ໜັກ​ທີ່​ການ​ພົບ​ປະ​ກັບ​ນັກ​ຊ່ຽວ​ຊານ​, ປັນ​ຍາ​ຊົນ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ກັນ​ຍາ (ຕາມ​ເວລາ ທ້ອງ​ຖິ່ນ​), ຢູ່​ນະ​ຄອນ ນິວ​ຢອກ​,

Top