ຂ່າວສານ

ຫວຽດນາມ ແລະ ມົງກົນຊຸກຍູ້ການພົວພັນຮ່ວມມືຕາມບັນດາລະບອບລະບຽບການຫຼາຍຝ່າຍ

      ຕອນບ່າຍວັນທີ 2 ເມສາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງໄດ້ໃຫ້ການຕ້ອນຮັບທ່ານ Amarjargal Gansukh , ເລຂາສະພາປ້ອງກັນຄວາມສະຫງົບມົງກົນ ຊຶ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
      ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນກ່ຽວກັບການປ່ຽນແປງໃໝ່, ການພັດທະນາເສດຖະກິດອຸດສາຫະກຳ ແລະ ການທ່ອງທ່ຽວກັບມົງກົນ. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຫວັງວ່າ ມົງກົນຈະສ້າງເງື່ອນໄຂ ອຳນວຍຄວາມສະດວກເພື່ອໃຫ້ຫວຽດນາມເພີ່ມທະວີການສົ່ງອອກບັນດາປະເພດສິນຄ້າ ຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານປຸງແຕ່ງ, ສິນຄ້າໃຊ້ສອຍ, ເຄື່ອງຈັກ…. ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ສະເໜີ 2 ຝ່າຍຄວນເພີີ່ມທະວີການຮ່ວມມືແລກປ່ຽນປະຊາຊົນ, ໂຄສະນາເຜີຍແຜ່ທາງດ້ານວັດທະນະທຳ, ການສຶກສາ, ສິລະປະ, ກິລາ, ປະຕິບັດສັນຍາຮ່ວມມືດ້ານການທ່ອງທ່ຽວລະຫວ່າງ 2 ປະເທດທີ່ໄດ້ລົງນາມເມື່ອປີ 2005 ຢ່າງມີປະສິດທິຜົນ.
     ທ່ານ Amarjargal Gansukh , ເລຂາສະພາປ້ອງກັນຄວາມສະຫງົບມົງກົນ ກໍໄດ້ແຈ້ງໝາກຜົນແຫ່ງການເຈລະຈາກັບທ່ານລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໂຕເລີມ ໃຫ້ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຮັບຊາບ. ໃນນັ້ນ, 2 ຝ່າຍເປັນເອກະພາບຊຸກຍູ້ການຮ່ວມມືຕາມບັນດາລະບອບລະບຽບການຫຼາຍຝ່າຍຊຶ່ງ 2 ປະເທດຕ່າງກໍເປັນສະມາຊິກ.
 (ແຫຼ່ງຄັດຈາກ VOV)
 

top