![](https://imagevietnam.vnanet.vn/Upload/2020/10/12/121020202221533704-vnvanbcungmongmuonduahoptacgiuahainuoclentamcaomoi_petk.jpg)
ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide (ພາບ: VGP)
ທີ່ການໂອ້ລົມທາງໂທລະສັບ, ທ່ານຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າ ຍາມໃດ ຫວຽດນາມກໍ່ຖື ຍີ່ປຸ່ນແມ່ນຄູ່ຮ່ວມມືຍຸດທະສາດ, ສຳຄັນແຖວໜ້າ ແລະ ຍາວນານ, ທ່ານກໍ່ປາດຖະໜາຢາກສືບຕໍ່ພ້ອມກັບຍີ່ປຸ່ນຕັ້ງໜ້າຊຸກຍູ້ການຮ່ວມມືສອງຝ່າຍ ກໍ່ຄືໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນ. ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າຂອງຍີ່ປຸ່ນທີ່ສະຫງວຽນໃຫ້ແກ່ຫວຽດນາມໃນການຮັບມືກັບໂລກລະບາດ ໂຄວິດ - 19 ໃນໄລຍະທີ່ຜ່ານມາ, ຫວັງວ່າສອງຝ່າຍຈະສືບຕໍ່ຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນເພື່ອຜ່ານຜ່າໂລກລະບາດ ໃນໄລຍະຈມາເຖິງ.
ສ່ວນທ່ານ Suga Yoshihide ໄດ້ຕີລາຄາສູງບົດບາດ, ທີ່ຕັ້ງຂອງຫວຽດນາມຢູ່ພາກພື້ນ ແລະ ສາກົນ, ທ່ານ ກໍ່ໃຫ້ຮູ້ວ່າ ຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນເພື່ອຜົນສຳເລັດຂອງກອງປະຊຸມຂັ້ນສູງ ອາຊຽນ ຈະມາເຖິງ.
(ແຫຼ່ງຄັດຈາກ VOV)