• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ຈີນ ພ້ອມກັນຖືການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອເປັນສຳຄັນ

      ໂດຍປະຕິບັດຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງສອງພັກ, 2 ລັດ ຫວຽດນາມ ແລະ ຈີນ, ທ່ານ ຫຼຽວຢິນຊານ, ກຳມະການກົມການເມືອງ, ເລຂາທິການຄະນະເລຂາສູນກາງພັກກອມມູນິດ ຈີນ ໄດໍ້ນຳໜ້າຄະນະຜູ້ແທນພັກກອມມູນິດ ຈີນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແຕ່ວັນທີ 18 – 19 ກັນຍາ 2017. 
ທ່ານ ຫຼຽວຢິນຊານ ແລະ ທ່ານ ຫງວຽນຟູ໋ຈ້ອງ
      ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບຄະນະ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຖືເປັນສຳຄັນການພົວພັນກັບ ຈີນ ແລະ ຫວັງວ່າ ການພົວພັນ ຫວຽດນາມ - ຈີນ ຍາມໃດກໍ່ພັດທະນາຢ່າງໂປ່ງໃສ, ໝັ້ນຄົງເຂັ້ມແຂງ, ເປັນປົກກະຕິ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມື, ການແລກປ່ຽນທິດສະດີ, ບົດຮຽນພຶດຕິກຳຕົວຈິງ ກ່ຽວກັບການຊີ້ນຳການພັດທະນາເສດຖະກິດ - ສັງຄົມ, ການກໍ່ສ້າງພັກ, ບຳລຸງສ້າງພະນັກງານລະຫວ່າງ 2 ພັກ ແລະ ຄວາມຈຳເປັນຕ້ອງແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະ ແທດຈິງ ເພື່ອແກ້ໄຂບັນດາບັນຫາໃນການພົວພັນ 2 ຝ່າຍ.
ສ່ວນທ່ານ ຫຼຽວຢິນຊານ ຢືນຢັນວ່າ, ພັກ ແລະ ລັດ ຈີນ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ 2 ພັກ, 2 ລັດ, ສະແດງຄວາມຫວັງຢາກສົມທົບກັບຝ່າຍ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອກະກຽມ ແລະ ຈັດຕັ້ງການຢ້ຽມຢາມຕ່າງປະເທດທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສືຈິ້ນຜິງ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດ ຈີນຊຶ່ງ ແມ່ນການຢ້ຽມຢາມ ທາງລັດຖະກິດຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ໃນເດືອນພະຈິກປີນີ້.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top