• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແລະ ILO ເພີ່ມທະວີການຮ່ວມມື

ໃນລະຫວ່າງວັນທີ 20-24 ກຸມພາ, ທ່ານ ນາງ Chihoko Asada - Miyakawa, ຫົວໜ້າອົງການ ແຮງງານສາກົນ (ILO) ປະຈຳພາກພື້ນອາຊີ - ປາຊີຟິກ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຮ່າໂນ້ຍ ເພື່ອ ເຂົ້າຮ່ວມການປຶກສາຫາລືກ່ຽວກັບການ ເພີ່ມທະວີ ການ ຮ່ວມມືແນໃສ່ຮັບປະກັນ ວຽກເຮັດງານທຳແບບຍືນຍົງຢູ່ ຫວຽດນາມ.
  ທ່ານລັດຖະມົນຕີ ດາວງອກຢຸງ ແລະ ທ່ານນາງ Asada-Miyakawa  

 

ທີ່ການພົບປະກັບທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ດາວງອກຢຸງ, 2 ຝ່າຍໄດ້ປຶກສາຫາລືກ່ຽວກັບການສືບຕໍ່ຮ່ວມມືເພື່ອຊຸກຍູ້ ແລະ ປະຕິບັດກອບໂຄງການວຽກເຮັດງານທຳທີ່ເໝາະສົມໄລຍະ 2022-2026. ທ່ານນາງ Asada-Miyakawa ແບ່ງປັນວ່າ: ອົງການແຮງງານສາກົນຕີລາຄາສູງຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຮັບປະກັນການປະກັນສັງຄົມ ແລະ ວິວັດການປະຕິຮູບກົດໝາຍວ່າດ້ວຍແຮງງານ, ໃນນັ້ນມີການປະກາດໃຊ້ປະມວນກົດໝາຍວ່າດ້ວຍແຮງງານປີ 2019 ພ້ອມທັງມານະພະຍາຍາມແກ້ໄຂບັນດາກົດໝາຍອື່ນຄື: ກົດໝາຍວ່າດ້ວຍວຽກເຮັດວານທຳ. ກົດໝາຍ ວ່າດ້ວຍການປະກັນສັງຄົມ, ກົດໝາຍວ່າດ້ວຍ ກຳມະບານ; ເນັ້ນໜັກວ່າ, ILO ພ້ອມແລ້ວທີ່ຈະໃຫ້ການຊ່ວຍເຫຼືອດ້ານເຕັກນິກ, ພ້ອມກັບຫວຽດນາມ ແລະ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃນບັນດາບັນຫາສຳຄັນດັ່ງກ່າວ.

 

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top