• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນແບບຢ່າງດີເດັນໃນການຮ່ວມມືກັບ ສະຫະປະຊາຊາດ

ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ກົດໝາຍສາກົນ ແລະ ບົດບາດໃຈກາງທີ່ບໍ່ສາມາດປ່ຽນແທນຂອງສະຫະປະຊາຊາດ
  ທີ່ການພົບປະ (ພາບ: QDND)  

ວັນ​ທີ 09 ມິ​ຖຸ​ນາ, ທ່ານ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ​ນາງ Izumi Nakamitsu, ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ, ທັງ​ເປັນ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ກ່ຽວ​ກັບ​ບັນ​ດາ​ບັນ​ຫາຫຼຸດ​ຜ່ອນ​ກຳ​ລັງ​ອາ​ວຸດ ເນື່ອງ​ໃນ​ໂອ​ກາດ​ທ່ານ​ນາງ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) ຄັ້ງ​ທີ 3, ຈັດ​ຂຶ້​ນ​ແຕ່​ວັນ​ທີ 09-10 ມິ​ຖຸ​ນາ.

ທີ່​ການ​ພົບ​ປະ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຟານ​ວັນ​ຢາງ, ຢືນ​ຢັນ​ວ່າ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ລັດ​ທິ​ຫຼາຍ​ຝ່າຍ, ກົດ​ໝາຍ​ສາ​ກົນ ແລະ ບົດ​ບາດ​ໃຈ​ກາງ​ທີ່ບໍ່​ສາ​ມາດ​ປ່ຽນ​ແທນ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ພ້ອມ​ແລ້ວ​ທີ່​ຈະ​ແບ່ງ​ປັນ​ບົດ​ຮຽນ​ກັບ​ສະ​ຫະ​ປະ​ຊາ​ຊາດ ແລະ ບັນ​ດາ​ປະ​ເທດ​ໃນ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງພາຍ​ຫຼັງ​ສົງ​ຄາມ... ທ່ານ​ສະ​ເໜີ​ໃຫ້​ສະ​ຫະ​ປະ​ຊາ​ຊາດ​ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ​ໃຫ້​ຄຳ​ປຶກ​ສາ​ນະ​ໂຍ​ບາຍ, ພູມ​ປັນ​ຍາ, ເຕັກ​ໂນ​ໂລ​ຊີ ແລະ ແຫຼ່ງ​ກຳ​ລັງ; ທ່ານກໍ່​ສະ​ເໜີ​ໃຫ້ 2 ຝ່າຍ​ສ້າງ​ຂອບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ສະ​ຫະ​ປະ​ຊາ​ຊາດ​ ໄລ​ຍະ 2027 – 2031 ໃຫ້​ສຳ​ເລັດ​ໂດຍ​ໄວ. ພ້ອມ​ກັນ​ນັ້ນ, ທ່ານ​ສະ​ເໜີ​ໃຫ້​ສະ​ປະ​ຊາ​ຊາດ​ ເອົາ​ໃຈ​ໃສ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ການ​ບຳ​ລຸ​ງ​ສ້າງ​ກ່ຽວ​ກັບ​ການ​ຫຼຸ​ດ​ຜ່ອນ​ກຳ​ລັງ​ອາ​ວຸດ, ພິ​ເສດ​ແມ່ນ​ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ ແລະ ເຕັກ​ໂນ​ໂລ​ຊີ​ຫາກໍ່​ພົ້ນ​ເດັນ.

ສ່ວນ​ທ່ານ​ຮອງ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ນາງ Izumi Nakamitsu,, ເນັ້​ນ​ໜັກ​ວ່າ ຫວຽດ​ນາມ ແມ່ນ​ແບບ​ຢ່າງ​ດີໃນ​ການ​ຮ່ວມ​ມື​ກັບ​ສະ​ຫະ​ປະ​ຊາ​ຊາດ, ພ້ອມ​ກັນ​ນັ້ນ ຢືນ​ຢັນ​ກຸ່ມ​ບັນ​ດາ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ​ປະ​ຈຳ ຫວຽດ​ນາມ (UNCT) ສືບ​ຕໍ່​ຮ່ວມ​ເດີນ​ທາງ​ ແລະ ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ ກໍ​ຄື​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ; ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ແລະ ສົ່ງ​ເສີມ ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວ​ມມື​ບຳ​ລຸງ​ສ້າງ​ກ່ຽວ​ກັບ​ການ​ຫຼຸ​ດ​ຜ່ອນ​ກຳ​ລັງ​ອາ​ວຸດ.

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top