• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແມ່ນຕະຫຼາດຂະຫຍັນຂັນເຄື່ອນ ແລະ ດຶງດູດໃຈສຳລັບວິສາຫະກິດ ຊູແອັດ

ການສຳຫຼວດຊີ້ໃຫ້ເຫັນວ່າ ປະຊາຄົມວິສາຫະກິດຍັງຕິດພັນ, ມີຄວາມປະເອີບໃຈ ແລະ ເຊື່ອໝັ້ນຕໍ່ບັນດາໂອກາດໃນອະນາຄົດ ເມື່ອມີວິສາຫະກິດກວ່າ 60% ຕັ້ງຄວາມຫວັງວ່າ ລາຍຮັບຈະເພີ່ມຂຶ້ນໃນປີນີ້.
  (ພາບ​ປະ​ກອບ: ສະ​ຖານ​ທູ​ດ ຊູ​ແອັດ ປະ​ຈຳ ຫວຽດ​ນາມ)  

ໂດຍບໍ່​ຫົວ​ຊາ​ຕໍ່​ສະ​ພາບ​ການ​ທົ່ວ​ໂລກ​ທີ່ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ, ບັນ​ດາ​ວິ​ສາ​ຫະ​ກິດ ຊູ​ແອັດ ສືບ​ຕໍ່​ຮັບ​ຮູ້​ໝາກ​ຜົນ​ການ​ເຄື່ອນ​ໄຫວ​ເປັນ​ປົກ​ກະ​ຕິ ແລະ ຮັກ​ສາ​ຄວາມ​ສົນ​ໃຈ​ຢ່າງ​ແຮງ​ໃນ​ໄລ​ຍະ​ຍາວຕໍ່​ກັບ​ຕະ​ຫຼາດ ຫວຽດ​ນາມ. ນີ້​ແມ່ນ​ໝາກ​ຜົນ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ສຳ​ຫຼວດ​ສະ​ພາບ​ແວ​ດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ 2026 ທ່​ີ​ໄດ້​ປະ​ກາດ​ໃນ​ວັນ​ທີ 11 ມ​ິ​ຖຸ​ນາ, ໂດຍ Business Sweden ແລະ ສະ​ຖານ​ທູດ ຊູ​ແອັດ ປະ​ຈຳ ຫວຽດ​ນາມ ປະ​ຕິ​ບັດ.

ໂດຍ​ອີງ​ໃສ່​ການ​ຕອບ​ກັບ​ຈາ​ກວິ​ສາ​ຫະ​ກິດ ຊູ​ແອັດ ທີ່​ພວມ​ເຄື່ອນ​ໄຫວ​ຢູ່ ຫວຽດ​ນາມ, ການ​ສຳ​ຫຼວດ​ຊີ້​ໃຫ້​ເຫັນ​ວ່າ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຍັງ​ຕິດ​ພັນ, ມີ​ຄວາມ​ປະ​ເອີບ​ໃຈ ແລະ ເຊື່ອ​ໝັ້ນ​ຕໍ່​ບັນ​ດາ​ໂອ​ກາດ​ໃນ​ອະ​ນາ​ຄົດ ເມື່ອ​ມີ​ວິ​ສາ​ຫະ​ກິດກວ່າ 60% ຕັ້ງ​ຄວາມ​ຫວັງ​ວ່າ​ ລາຍ​ຮັບ​ຈະ​ເພີ່ມ​ຂຶ້​ນ​ໃນ​ປີນີ້. ການ​ສຳ​ຫຼວດກໍ່​ຮັບ​ຮູ້​ວ່າ ມີວ​ິ​ສາ​ຫະ​ກິດ 67% ຕີ​ລາ​ຄາ​ວ່າ​ ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ ແມ່ນ​ມີ​ລະ​ດັບ​ດີ ແລະ ດີ​ທີ່​ສຸດ. ບັນ​ດາ​ວິ​ສາ​ຫະ​ກິດ ຊູ​ແອັດ ຕີ​ລ​າ​ຄາ​ສູງເຄືອ​ຂ່າຍ​ຈຳ​ໜ່າຍ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ລະ​ດັບ​ຄວາມ​ປອດ​ໄພ​ສູງ​ຢູ່ ຫວຽດ​ນາມ, ເຊິ່ງແມ່ນບັນ​ດາ​ປັດ​ໄຈສືບ​ຕໍ່​ຍົກ​ສູງ​ກຳ​ລັງ​ດຶງ​ດູດ​ຂອງ​ຕະ​ຫຼາດ.

ຕາມ​ການ​ຕີ​ລາ​ຄາ​ລວມ, ບັນ​ດາ​ໝາກ​ຜົນ​ການ​ສຳ​ຫຼວດ​ຢືນ​ຢັນ​ທີ່​ຕັ້ງ​ຂອງ ຫວຽດ​ນາມ ແມ່ນ​ຕະ​ຫຼາດ​ຂະ​ຫຍ​ັນ​ຂັນ​ເຄື່ອນ ແລະ ດຶງ​ດູດ​ໃຈ​ສຳ​ລັບ​ວິ​ສາ​ຫ​ະ​ກິດ ຊູ​ແອັດ.

(ແຫຼ່ງຄັດຈາກ VOV)

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ໄຟ​ຟ້າ​ແຮງ​ລົມ ຫວຽດ​ນາມ ມີ​ຄວາມ​ສາ​ມາດ​ບົ່ມ​ຊ​້ອນ top 5 ໃນ​ ອາ​ຊີ

ຕາມ​ບົດ​ລາຍ​ງານຫຼ້າ​ສຸດ​ຂອງ​ສະ​ພາ​ພະ​ລັງ​ງານ​ແຮງ​ລົມ​ທົ່ວ​ໂລກ, ຫວຽດ​ນາມ ມີ​ກຳ​ລັງ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ກາຍ​ເປັນ​ຕະຫຼາດ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກ​ຝັ່ງ ໃຫຍ່​ອັນ​ດັບ​ທີ 5 ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ 2031 – 2035.

Top