• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ແບ່ງປັນບົດຮຽນລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

      ວັນທີ 17 ຕຸລາ, ຄະນະກຳມະການບັນດາບັນຫາເສດຖະກິດ ແລະ ການເງິນ ຂຶ້ນກັບ ສະມັດຊາໃຫຍ່ສະຫະປະຊາຊາດ ໄດ້ປຶກສາຫາລືຫົວເລື່ອງ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ ແລະ ບັນດາບັນຫາພັດທະນາອື່ນໃນໂຄງການດຳເນີນງານຂອງກອງປະຊຸມສະມັດຊາໃຫຍ່ຊຸດທີ 73.

 ທ່ານນາງເອກອັກຄະລັດຖະທູດ ຟ້າມທິກິມແອງ ຮອງຫົວໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳ ສະປະຊາຊາດ (ພາບ: TTXVN )
      ທີ່ວາລະປຶກສາຫາລື, ບັນດາປະເທດໄດ້ແບ່ງປັນບົດຮຽນແຫ່ງຊາດໃນການລົບລ້າງຄວາມທຸກຍາກ, ຍົກໃຫ້ເຫັນສິ່ງທ້າທາຍຕ່າງໆ ສຳລັບຄວາມມານະພະຍາຍາມດັ່ງກ່າວ.
        ຜູ້ຕາງໜ້າຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດໄດ້ມີບົດກ່າວປາໄສທີ່ກອງປະຊຸມປຶກສາຫາລື, ໃນນັ້ນ ໄດ້ຍົກອອກບັນດາຜົນງານຂອງ ຫວຽດນາມ ໃນການ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ  ແລະ ບັນດາສິ່ງທ້າທາຍໃຫຍ່ ເຊິ່ງ ຫວຽດນາມ ພວມປະເຊີນໜ້າໃນການປະຕິບັດການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ. ຫວຽດນາມ ກໍ່ຮຽກຮ້ອງ ສະຫະປະຊາຊາດ ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປະຕິບັດເປົ້າໝາຍລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ໂດຍຜ່ານການສະໜອງແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍສັງລວມ…ບົດກ່າວປາໄສຂອງ ຫວຽດນາມ ໄດ້ຮັບຄວາມສົນໃຈ, ເຫັນດີເຫັນພ້ອມຈາກບັນດາປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ.
 (ແຫຼ່ງຄັດຈາກ VOV)

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຂີ​ດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ການມອບ​ສິດ​ໃຫ້​ແກ່​ແມ່​ຍິງ​ຂອງ ຫວຽດ​ນາມ

ຕາມບົດລາຍງານແລ້ວ, ໃນ 3 ທົດສະວັດຜ່ານມາ, ລັດຖະບານຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງໃນການຊຸກຍູ້ສິດຄວາມສະເໝີພາບລະຫວ່າງຍິງ - ຊາຍ ຜ່ານການສ້າງລະບົບກົດໝາຍໃຫ້ສົມບູນແບບ.

Top