• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເປີດກ້ວາງຕະຫລາດ ສົ່ງອອກເຂົ້າສານ

(ພາບປະກອບ)
      ຕອນ​ບ່າຍ​ວັນ​ທີ 22/02, ຢູ່​ນະຄອນ ​ໂຮ່ຈີ​ມິ​ງ, ກະຊວງ​ອຸດ​ສາ​ກະ​ກຳ ​ແລະ ການ​ຄ້າ ​ໄດ້ປະຊຸມ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າສານ​ປີ 2016. ​ເຂົ້າ​ຮ່ວມການ​ປະຊຸມມີ​ບັນດາ​ທູດ​ການ​ຄ້າ ຫວຽດນາມ ປະຈຳບັນດາປະ​ເທດ, ​ເຂດ​ແຄ້ວ​ນ ກັບ​ບັນດາວິ​ສາ​ຫະກິດ​ສົ່ງ​ອອກ​, ສະຫະ​ສະມາຄົມ​ບັນດາ​ວິ​ສາ​ຫະກິດສະບຽງ​ອາຫານ ຫວຽດນາມ. ປີ 2015, ຫວຽດນາມ ສົ່ງ​ອອກ​ເຂົ້າສານ​ເກືອບ 6,6 ລ້ານ​ໂຕນ​, ມີມູນ​ຄ່າ​ກ່ວາ 2,8 ຕື້ USD, ​ເພີ່ມຂຶ້ນ 4% ກ່ຽວ​ກັບດ້ານປະລິມານ ​ແຕ່​ພັດຫລຸ​ດລົງ 4,5% ກ່ຽວ​ກັບ​ດ້ານມູນ​ຄ່າ​ການສົ່ງ​ອອກ​ເມື່ອ​ທຽບ​ໃສ່​ປີ 2014. ຕາມການຄາ​ດຄະ​ເນ​ແລ້ວ, ການ​ສົ່ງ​ອອກ​ເຂົ້າສານ​ຂອງ ຫວຽດນາມ ປີ 2016 ຈະ​ຜັນ​ແປ​ໄປຍາກ​ທີ່ຈະຄາດ​ຄະ​ເນ​ລ່ວງ​ໜ້າ​ໄກ້ ​ຍ້ອນ​ມີຜົນ​ກະທົບທີ່​ມາ​ຈາກປະກົດ​ການ El Nino, ສະພາບ​ການ​ເຊື່ອມ​ຊຶມ​ຂອງ​ນ້ຳ​ເຄັມການ​ແກ່ງ​ແຍ້​ງກັນ​ຈາກ​ປະ​ເທດ​ອື່ນໆ. ​ເພາະສະ​ນັ້ນ ບັນດາ​ວິ​ສາ​ຫະກິດ ຫວຽດນາມ ຈະ​ເປີດ​ກ້ວາງຕະຫລາດ​ໃໝ່​ຄື: ​ເອີ​ລົບ, ທະວີບອາ​ເມ​ລິ​ກາ, ຍີ່ປຸ່ນ ​ແລະ ສ.​ເກົາຫຼີ…ທ່ານ ​ເຈີ່ນ​ຕ໋ວນ​ແອ​ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃຫ້​ຮູ້​ວ່າ:
        “​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ການ​ສົ່ງ​ເສີມ​ການ​ຄ້າ, ບັນດາ​ວິ​ສາ​ຫະກິດ​ຕ້ອງ​ໄດ້​ຮັບການ​ກຳນົດ​ທິດ​ຈາກ​ອົງການ​ແຫ່ງ​ລັດ​ກ່ຽວ​ກັບ​​ຕະຫລາດ, ພິ​ເສດ ​ແມ່ນຂອງສະຫະ​ສະມາຄົມ​ສະບຽງ​ອາຫານ ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​​ໃນ​ການ​ສົ່ງ​ເສີມ ​ແລະ ພັດທະນາ​ການ​ຕະຫລາດ ດ້ວຍ​ບັນດາຂອບ​ຂະໜາດ, ຮູບ​ການ​ໃຫ້​ເໝາະ​ສົມ. ນີ້​ກໍ່​ແມ່ນ​ຄວາມ​ຮຽກຮ້ອງ​ທີ່​ວາງ​ອອກ​ໃຫ້​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ໃນ​ການ​ປ່ຽນ​ໃໝ່​ຮູບ​ການ​ສົ່ງ​ເສີມ​ການ​ຄ້າ​ໃຫ້​ລັກສະນະພິ​ເສດສະ​ເພາະ ​ຂອງຜະລິດ​ຕະພັນ​ກະ​ເສດ ​ແລະ ​ເຂົ້າສານ ​ແລະ ​ເໝາະ​ສົມ​ກັບ​ແຕ່ລະ​ຕະຫລາດ”.
(ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top