• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ - ເດນມາກ ຊຸຸກຍູ້ຮ່ວມມືການຫັນປ່ຽນເປັນສີຂຽວ ແລະ ພັດທະນາແບບຍືນຍົງ

ລັດຖະມົນຕີ 2 ທ່ານໄດ້ເປັນເອກກະພາບກັນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນເວລາຈະມາເຖິງ
ທີ່ການພົບປະ (ພາບ: baoquocte.vn)

ວັນທີ 24 ກັນຍາ ຢູ່ ນິວຢອກ (ອາເມລິກາ) ໃນຂອບເຂດບັນດາການເຄື່ອນໄຫວເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ, ຊຸດທີ 80, ສົບທົບກັບການເຄື່ອນໄຫວ 2 ຝ່າຍຢູ່ ອາເມລິກາ, ທ່ານ ເລຮ່ວາຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບ ທ່ານ Lars Løkke Rasmussen, ລັດຖະມົນຕີກະຊວງການຕ່າງປະເທດ ເດນມາກ

ໃນການພົບປະ, ລັດຖະມົນຕີ 2 ທ່ານໄດ້ເປັນເອກກະພາບກັນຊຸກຍູ້ບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງໃນເວລາຈະມາເຖິງ, ໃນໂອກາດ 2 ປະເທດສະເຫຼີມສະຫຼອງຄົບຮອບ 55 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດ (1971-2026). ທ່ານ ເລຮ່ວາຍຈຸງ, ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມືໃນບັນດາຂົງເຂດບູລິມະສິດ ພິເສດແມ່ນການຫັນປ່ຽນເປັນສີຂຽວ ແລະ ການພັດທະນາແບບຍືນຍົງ; ສະເໜີໃຫ້ ເດນມາກ ສືບຕໍ່ຊ່ວຍເຫຼືອ, ຂົນຂວາຍບັນດາປະເທດສະຫະພາບເອີຣົບ ທີ່ຍັງເຫຼືອຈົ່ງຮີບດ່ວນໃຫ້ສັດຕະຍາບັນຂໍ້ຕົກລົງ ກໍ່ຄືຊຸກຍູ້ໃຫ້ຄະນະກຳມະການເອີຣົບ ຮີບດ່ວນລົບລ້າງ “ບັດເລືອງ” IUU ກ່ຽວກັບ ສິນໃນນ້ຳ ຫວຽດນາມ

ໂດຍເປັນເອກກະພາບ ກ່ຽວກັບບັນດາຂໍ້ສະເໜີນີ້, ທ່ານ Lars Løkke Rasmussen, ລັດຖະມົນຕີກະຊວງການຕ່າງປະເທດ ເດນມາກ ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນໝຶ່ງໃນບັນດາຄູ່ຮ່ວມມືແຖວໜ້າຂອງ ເດນໝາກ ຢູ່ ພາກພື້ນ ອາຊີຕາເວັນອອກສຽງໃຕ້; ໄດ້ຢັ້ງຢືນຈະຊຸກຍູ້ວິສາຫະກິດ ເດນມາກ ເພີ່ມການລົງທຶນ ຢູ່ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດຫັນເປັນສີຂຽວ.

(ແຫຼ່ງຄັດຈາກ VOV)

ທ່ານປະທານປະເທດ ເລືອງເກື່ອງ ພົບປະຂັ້ນສູງຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

ທ່ານປະທານປະເທດ ເລືອງເກື່ອງ ພົບປະຂັ້ນສູງຢູ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ

ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານນາງ Annalena Baerbock, ປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 80 ແລະ ການນຳຫຼາຍປະເທດ.

Top