• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມອາຊຽນ ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະ ສະຖຽນລະພາບໃນພາກພື້ນ

ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ກັບ ອາຊຽນ, ທ່ານ Jaya Ratnam ຖືວ່າ ເລື່ອງ ຫວຽດນາມເຂົ້າເປັນສະມາຊິກອາຊຽນ ກ່ອນນີ້ 30 ປີບໍ່ພຽງແຕ່ສ້າງບາດລ້ຽວໃນວິວັດການເຊື່ອມໂຍງເຂົ້າກັບຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ສະຖຽນລະພາບໃນພາກພື້ນ.
ພາບປະກອບ: TTXVN

ທ່ານເອກອັກຄະລັດຖະທູດ ສິງກະໂປ Jaya Ratnam ໄດ້ເນັ້ນໜັກວ່າ ຫວຽດນາມ ເຂົ້າຮ່ວມອາຊຽນ ໄດ້ປະກອບສ່ວນເພີ່ມທະວີຄວາມສາມັກຄີ ແລະ ສະຖຽນລະພາບໃນພາກພື້ນ ເມື່ອແບ່ງປັນກັບນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 - 28/7/2025).

ຕີລາຄາກ່ຽວກັບບັນດາການປະກອບສ່ວນຂອງ ຫວຽດນາມ ກັບ ອາຊຽນ, ທ່ານ Jaya Ratnam ຖືວ່າ ເລື່ອງ ຫວຽດນາມເຂົ້າເປັນສະມາຊິກອາຊຽນ ກ່ອນນີ້ 30 ປີບໍ່ພຽງແຕ່ສ້າງບາດລ້ຽວໃນວິວັດການເຊື່ອມໂຍງເຂົ້າກັບຫວຽດນາມ ເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມທະວີຄວາມສາມັກຄີ ແລະ ສະຖຽນລະພາບໃນພາກພື້ນ. ຫວຽດນາມ ຍາມໃດກໍ່ສວມບົດບາດຫຼັກແຫຼ່ງ ແລະ ມີຫຼັກການໃນການຮັບປະກັນບົດບາດເປັນໃຈກາງຂອງ ອາຊຽນ. ອາຊຽນແມ່ນບຸລິມະສິດແຖວໜ້າໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ ແລະ ຫວຽດນາມເປັນເຈົ້າການຊຸກຍູ້ ອາຊຽນສວມບົດບາດນຳໜ້າເພື່ອແກ້ໄຂບັນດາບັນຫາຮີບດ່ວນໃນພາກພື້ນ ແລະ ທົ່ວໂລກ.

ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ຫວຽດນາມ ບໍ່ພຽງແຕ່ສະແດງຄຳໝັ້ນສັນຍາຜ່ານສຽງເວົ້າເທົ່ານັ້ນ ຫາກຍັງດ້ວຍບັນດາການກະທຳລະອຽດ. ປີປະທານ ອາຊຽນ 2020, ຫວຽດນາມ ໄດ້ສະແດງບົດບາດນຳໜ້າ ເມື່ອຊຸກຍູ້ບັນດາກົນໄກຮ່ວມມື່ຢ່າງມີປະສິດທິຜົນ ເພື່ອພາກພື້ນພ້ອມກັນຮັບມືກັບໂລກລະບາດໂຄວິດ - 19. ຫວຽດນາມ ຢຶດໝັ້ນປົກປ້ອງຄວາມເປັນລະບຽບຮຽບຮ້ອຍສາກົນ ບົນກົດໝາຍໃນສະພາບການທົ່ວໂລກທີ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ.

(ແຫຼ່ງຄັດຈາກ VOV)

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຊາວໜຸ່ມ ຫວຽດນາມ - ລາວ, ຂົວເຊື່ອມຕໍ່ຕິດພັນ ແລະ ຮັດແໜ້ນສາຍພົວພັນລະຫວ່າງ 2 ປະເທດ

ຄະນະຊາວໜຸ່ມອາສາສະໝັກໄດ້ຜັນຂະຫຍາຍບັນດາການເຄື່ອນໄຫວຮັບປະກັນຊີວິດສັງຄົມ, ໜູນຊ່ວຍປະຊາຄົມ ແລະ ສ້າງກິດຈະກຳຊາວໜຸ່ມ

Top