• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກິດຈະກຳກິລາ ພ້ອມກັບເພື່ອນໆ ອາຊຽນ ຢູ່ ອາຟະລິກາໃຕ້

ຄະນະ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳກິລາ, ຫຼີ້ນເກມລວມໝູ່ ຢ່າງຟົດຟື້ນມ່ວນຊື່ນ, ພ້ອມທັງໂຄສະນາກ່ຽວກັບອາຫານການກິນ ຫວຽດນາມ ແລະ ພົບປະແລກປ່ຽນກັບສະມາຊິກປະມານ 250 ຄົນ ທີ່ມາຈາກສະຖານທູດ, ອົງການຜູ້ຕາງໜ້າຂອງປະເທດຕ່າງໆໃນ ອາຊຽນ ທີ່ພວມປະຈຳການຢູ່ປະເທດປະຈຳຖິ່ນ.
  ຄະນະ ຫວຽດນາມ ແນະນຳ ຈືນຢໍ່ ສູ່ເພື່ອນມິດສາກົນ (ພາບ: TTXVN)  

 ວັນທີ 4 ມິຖຸນາ, ພະນັກງານ, ພາລະກອນສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາຟະລິກາໃຕ້ ໄດ້ເຂົ້າຮ່ວມວັນບຸນກິລາ ແລະ ຄອບຄົວບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໂດຍຄະນະກຳມະການ ອາຊຽນ ປະຈຳ Pretoria (APC) ຈັດຂຶ້ນ.

ໃນເຫດການນີ້, ຄະນະ ຫວຽດນາມ ໄດ້ເຂົ້າຮ່ວມກິດຈະກຳກິລາ, ຫຼີ້ນເກມລວມໝູ່ ຢ່າງຟົດຟື້ນມ່ວນຊື່ນ, ພ້ອມທັງໂຄສະນາກ່ຽວກັບອາຫານການກິນ ຫວຽດນາມ ແລະ ພົບປະແລກປ່ຽນກັບສະມາຊິກປະມານ 250 ຄົນ ທີ່ມາຈາກສະຖານທູດ, ອົງການຜູ້ຕາງໜ້າຂອງປະເທດຕ່າງໆໃນ ອາຊຽນ ທີ່ພວມປະຈຳການຢູ່ປະເທດປະຈຳຖິ່ນ. ແຕ່ລະປະເທດຈະຮັບຜິດຊອບເປັນເຈົ້າພາບຈັດການຫຼີ້ນກິລາ ຫຼື ການລະຫຼີ້ນພື້ນເມືອງ 1 ປະເພດ ຢ່າງຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນ: ບານເຕະ, ປິ໋ງປອ໋ງ, ຍິງທະນຸ, ດຶງເຊືອກ….

(ແຫຼ່ງຄັດຈາກ VOV)

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ເປີດ​ສະຫຼອງ​ສູນ​ອາ​ວະ​ກາດ ຫວຽດ​ນາມ: ພັດ​ທະ​ນາ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຈັກ​ກະ​ວານ​ອາ​ວະ​ກາດ

ຕອນເຊົ້າວັນທີ 13 ມີນາ, ຢູ່ເຂດອຸດສາຫະກຳສູງ ຮວ່າລາກ, ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາຜູ້ແທນໄດ້ຕັດແຖບຜ້າເປີດສະຫຼອງກິດຈະກຳສູນອາວະກາດ ຫວຽດນາມ. ນີ້ແມ່ນພື້ນຖານໂຄງລ່າງທີ່ທັນສະໄໝ, ມີຂອບຂະໜາດ ແລະ ລະດັບເຕັກໂນໂລຢີນອນໃນກຸ່ມກ້າວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໄດ້ຜັນຂະຫຍາຍດ້ວຍແຫຼ່ງທຶນຊ່ວຍເຫຼືອຫຼ້າ (ODA) ຂອງລັດຖະບານ ຍີ່ປຸ່ນ ລວມມູນຄ່າລົງທຶນກວ່າ 7.000 ຕື້ດົ່ງ (280 ລ້ານ USD).

Top