• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຜູ້ບັນຊາການປ້ອງກັນປະເທດ ອາຊຽນ

ວັນທີ 17 ມີນາ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ໄດ້ດຳເນີນກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດ ບັນດາປະເທດ ອາຊຽນ ຄັ້ງທີ 19 (ACDFM - 19), ດ້ວຍຫົວຂໍ້ “ສາມັກຄີເພື່ອຄວາມໝັ້ນຄົງທີ່ກົມກຽວ” ພາຍໃຕ້ການເປັນປະທານຂອງທ່ານພົນເອກ Vong Pisen, ຜູ້ບັນຊາການສູງສຸດຂອງກອງທັບລາຊະວົງກຳປູເຈຍ.
  ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ນຳໜ້າຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ  

 ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເນັ້ນໜັກວ່າ ການແກ້ງແຍ່ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ ຍັງບໍ່ມີແນວໂນ້ມຫຼຸດລົງເທື່ອ ແລະ ສິ່ງນີ້ສືບຕໍ່ເປັນສິ່ງທ້າທາຍຕໍ່ບົດບາດໃຈກາງຂອງອາຊຽນ.

ສຳລັບບັນຫາທະເລຕາເວັນອອກ, ທ່ານຫົວໜ້າຄະນະຜູ້ແທນ ຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຈົ່ງສືບຕໍ່ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ ທະເລຕາເວັນອອກ, ພ້ອມທັງເພີ່ມທະວີການສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງ ບັນດາຝ່າຍຢູ່ ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ສຳເລັດໂດຍໄວ, ມີປະສິດທິຜົນ ແລະ ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ລວມມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

ຢູ່ນອກກອງປະຊຸມຜູ້ບັນຊາການກຳລັງປ້ອງກັນປະເທດ ອາຊຽນ ຄັ້ງທີ 19, ທ່ານພົນໂທ ຫງວຽນເຕິນເກືອງ ຍັງມີ ການພົບປະສອງຝ່າຍກັບຫົວໜ້າຄະນະຜູ້ແທນປະເທດ ລາວ, ມຽນມາ, ຟີລິບປິນ, ບຣູໄນ ແລະ ໄທ.

ສິ້ນສຸດກອງປະຊຸມ ໄດ້ດຳເນີນພິທີມອບຕຳແໜ່ງປະທານ ACDFM ໃຫ້ແກ່ ອິນໂດເນເຊຍ ເຊິ່ງແມ່ນປະເທດປະທານອາຊຽນ ປີ 2023.


(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top