• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮຽກຮ້ອງການໂອ້ລົມສົນທະນາ ແລະ ເປັນກາງໄກ່ເກ່ຍເພື່ອຊຸກຍູ້ສັນຕິພາບແບບຍືນຍົງຢູ່ ຕາເວັນອອກກາງ

ເພື່ອເປັນກາງໄກ່ເກ່ຍບັນລຸຜົນສຳເລັດຕ້ອງອີງໃສ່ບົນພື້ນຖານເຄົາລົບກົດບັດສະຫະປະຊາຊາດ, ເຈດຕະນາດີດ້ານການເມືອງຢ່າງແທ້ຈິງຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ການສະໜັບສະໜູນຢ່າງພາວະວິໄສ
  ທ່ານອັກຄະລັດຖະທູດ ຫງວຽນຫາຍລຶວ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ (ພາບ: TTXVN)  

ວັນ​ທີ 10 ມິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ສະ​ຫະ​ປະ​ຊາ​ຊາດ, ທີ່​ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຈັດ​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ຂັ້ນ​ສູງ ​ດ້ວຍ​ຫົວ​ຂໍ້ “ຊຸກ​ຍູ້​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ເມືອງ​ຢູ່ ຕາ​ເວັນ​ອ​ອກ​ກາງ: ເປັນ​ກາງ​ໄກ່​ເກ່ຍ ແລະ ໂອ​້​ລົມ​ສົນ​ທະ​ນາ​ເພື່ອ​ສັນ​ຕິ​ພາບ​ແບບ​ຍືນ​ຍົງ”. ວາ​ລະ​ປະ​ຊຸມ​ໂດຍ​ທ່ານ Gustavo Petro Urrego, ປະ​ທາ​ນາ​ທິ​ບໍ​ດີ ໂກ​ລົມ​ເບຍ ເປັນ​ປະ​ທານ ໃນ​ຂອບ​ເຂດ​ເດືອນ ໂກ​ລົ​ມ​ເບຍ ຮັບ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ, ກ່າ​ວ​ຄຳ​ເຫັນ​ຂອງ​ຜູ້​ຕາງ​ໜ້າ​ເກືອບ 80 ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ.

ກ່າວ​ຄຳ​ເຫັນ​ທີ່​ວາ​ລ​ະ​ປະ​ຊຸມ, ທ່ານອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຫາຍ​ລຶວ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ, ເນັ້ນ​ໜັກ​ວ່າ ​ເພື່ອ​ເປັນ​ກາງ​ໄກ່​ເກ່ຍ​ບັນ​ລຸຜົນ​ສຳ​ເລັດ​ຕ້ອງ​ອີງ​ໃສ່ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ, ເຈດ​ຕະ​ນາ​ດີ​ດ້ານ​ການ​ເມືອງ​ຢ່າງ​ແທ້​ຈິງ​ຂອງ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ ແລະ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ພາ​ວະ​ວິ​ໄສ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ; ​ຜືນ​ແຜ່ນ​ດິນ​ທີ່​ຄົບ​ຖ້ວນ ແລະ ຄວາມ​ເປັນ​ເອ​ກະ​ລາດ​ດ້ານ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ຕ້ອງ​ໄດ້​ເຄົາ​ລົບ​ໃນ​ທຸກ​ສະ​ພາບ​ການ; ຄັດ​ຄ້ານ​ການ​ນາບ​ຂູ່​ ຫຼຼື ນຳ​ໃຊ້ອາ​ວຸດ, ກໍ​ຄື​ບັນ​ດາ​ການ​ບຸກ​ໂຈມ​ຕີແນ​ໃສ່​ບັນ​ດາ​ປະ​ເທດ​ມີ​ອະ​ທິ​ປະ​ໄຕ​ຢູ່​ພາກ​ພື້ນ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ບັນດາຜູ້ແທນກໍ່ຖືວ່າ ການຮ່ວມມືເຂດອະນຸພາກພື້ນ ບໍ່ພຽງແຕ່ແມ່ນເລື່ອງລາວການຮ່ວມມືໜູນຊ່ວຍການພັດທະນາເທົ່ານັ້ນ

Top