• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ຕ້ອນຮັບຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ

ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ 2 ຝ່າຍເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ; ສົມທົບກັນຢ່າງແໜ້ນແຟ້ນເພື່ອດຳເນີນການເຈລະຈາຂໍ້ຕົກລົງການຄ້າສົມທົບຍຸຕິທຳ
ທີ່ການຕ້ອນຮັບ (ພາບ: VGP/PN)

ຕອນ​ບ່າຍ​ວັນ​ທີ 10 ມ​ິ​ຖຸ​ນາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ຟ້າມ​ຢາ​ຕຸກ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຕ​້ອນ​ຮັບ​ທ່ານ Christopher Landau, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຢ້ຽມ​ຢາມ ຫວຽດ​ນາມ ແລະ ເຂ​ົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ (AFF) 2026.

ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ; ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ດຳ​ເນີນ​​ການເຈ​ລະ​ຈາ​ຂໍ້​ຕົກ​ລົງ​ການ​ຄ້າ​ສົມ​ທົບ​ຍຸ​ຕິ​ທຳ, ​ຄວາມດຸ່ນ​ດ່ຽງ​ດ້ານ​ຜົນ​ປະ​ໂຫຍດ​ໃຫ້​ສຳ​ເລັດ​ໂດຍ​ໄວ; ເປີດກວ້າງການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ… ຮັບ​ຮູ້ລະ​ບຽບ​ຂ​ໍ້​ກຳ​ນົດ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຂອງ ຫວຽດ​ນາມ ໂດຍ​ໄວ.

ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ Christopher Landau ຢືນ​ຢັນ​ວ່າ ອາ​ເມ​ລິ​ກາ ປາດ​ຖະ​ໜາ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ຫວຽດ​ນາມ ໃນ​ຫຼາຍ​ຂົງ​ເຂດ​ໃຫ້​ເລິກ​ເຊິ່ງກວ່າ, ຄື: ເສດ​ຖະ​ກິດ - ການ​ຄ້າ, ພະ​ລັງ​ງານ, ຄວາມ​ໝັ້ນ​ຄົງ - ການ​ປ້ອງ​ກັນ​ຊາດ ແລະ ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ. ທ່ານກໍ່​ຕີ​ລ​າ​ຄາ​ສູງ​ບົດ​ບາດ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ທີ່​ນັບ​ມື້​ນັບ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ທ​ີ່​ມີ​ຕໍ່​ສັນ​ຕ​ິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ຫວຽດນາມ ໃຫ້ຄຳໝັ້ນສັນຍາຊຸກຍູ້ການຮ່ວມມື ອາຊຽນ ກັບ ນິວຊີແລນ, ອັງກິດ

ບັນດາຜູ້ແທນກໍ່ຖືວ່າ ການຮ່ວມມືເຂດອະນຸພາກພື້ນ ບໍ່ພຽງແຕ່ແມ່ນເລື່ອງລາວການຮ່ວມມືໜູນຊ່ວຍການພັດທະນາເທົ່ານັ້ນ

Top