• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຮັບປະກັນສິດເສລີການໄປມາໃນຊ່ວງເວລາເກີດໂລກລະບາດໂຄວິດ 19

      ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19, ພັກ, ລັດຫວຽດນາມ ໄດ້, ພວມ ແລະ ຈະມານະພະຍາຍາມຮັບປະກັນສິດເສລີໃນການໄປມາໃຫ້ພົນລະເມືອງຫວຽດນາມແລະຕ່າງປະເທດຢ່າງສຸດຂີດບົນພື້ນຖານດ້ານກົດໝາຍຫວຽດນາມແລະ ສາກົນ.

ວຽກງານເຂົ້າອອກເມືອງໄດ້ຮັບການປະຕິບັດຢ່າງເຂັ້ມງວດໃນຊ່ວງເວລາເກີດໂລກລະບາດໂຄວິດ 19.
ພາບ: VGP News
      ກ່ຽວກັບດ້ານກົດໝາຍສາກົນ, ເປັນຄັ້ງທຳອິດ ສິດເສລີໃນການໄປມາໄດ້ລະບຸໄວ້ໃນມາດຕາ 13 ຖະແຫລງການສິດທິມະນຸດສາກົນ (UDHR) ປີ 1948, ຕາມນັ້ນແລ້ວ ສິດເສລີໃນການໄປມາລວມມີ: ສິດເສລີໃນການໄປມາຢູ່ພາຍໃນປະເທດ; ມີສິດອອກເມືອງ/ອົບພະຍົບຍ້າຍຖີ່ນຖານ; ສິດເຂົ້າເມືອງ/ອົບພະຍົບເຂົ້າເມືອງ. ຊາວຕ່າງປະເທດ, ຖ້າຫາກດຳລົງຊີວິດ ຫລື ມີຫນ້າຢູ່ບາງປະເທດຖືກຕ້ອງຕາມກົດໝາຍ, ມີສິດເສລີໃນການໄປມາຢູ່ໃນຂອບເຂດຜືນແຜ່ນດິນຂອງປະເທດນັ້ນ ຫາກບໍ່ຖືກສະກັດກັ້ນຫລືກີດຂວາງແບບຕາມລຳພັງ.
ສິດເສລີໃນການໄປມາມີຄວາມໝາຍສຳຄັນ ເພາະມັນສ້າງປະຖົມປັດໄຈເພື່ອໃຫ້ສ່ວນບຸກຄົນຫນຶ່ງໄດ້ຊົມໃຊ້ບັນດາສິດພົນລະເຮືອນ, ການເມືອງ, ເສດຖະກິດ, ສັງຄົມແລະວັດທະນະທຳອື່ນ. ສິດເສລີໃນການໄປມາຂອງສ່ວນບຸກຄົນແມ່ນເງື່ອນໄຂເພື່ອຊຸກຍູ້ການພັດທະນາເສດຖະກິດ, ສັງຄົມຂອງບັນດາປະເທດ. ສິດເສລີໃນການໄປມາແມ່ນສ່ວນຫນຶ່ງສຳຄັນຂອງການຮ່ວມມືລະຫວ່າງບັນດາປະເທດ, ເພາະວ່າ ການພົວພັນພົບປະແລກປ່ຽນກ່ຽວກັບຂໍ້ມູນຂ່າວສານ, ຄວາມຮູ້ ຈະເພີ່ມທະວີຄວາມເຂົ້າໃຈລະຫວ່າງປະຊາຊົນຂອງບັນດາພື້ນຖານວັດທະນະທຳທີ່ແຕກຕ່າງກັນ, ສ້າງຄວາມສາມັກຄີ, ຊຸກຍູ້ສັນຕິພາບ, ບັນດາຄຸນຄ່າວັດທະນະທຳມະນຸດ ແລະຄວາມວັດທະນາຖາວອນລວມຂອງບັນດາຊາດ.
ເລື່ອງຈຳກັດ ສິດເສລີໃນການໄປມາຢ່າງຜິດກົດໝາຍບໍ່ພຽງແຕ່ກໍ່ຜົນຮ້າຍເຖິງສິດທິມະນຸດຂອງບັນດາສ່ວນບຸກຄົນເທົ່ານັ້ນຫາກຍັງກີດຂວາງການພັດທະນາໃນທຸກດ້ານຂອງສັງຄົມອີກດ້ວຍ. ຍ້ອນສາຍເຫດນັ້ນ ສິດເສລີໃນການໄປມາໄດ້ຮັບການຮັບຮູ້ ແລະ ປົກປ້ອງໃນລັດຖະທຳມະນູນ ແລະ ກົດໝາຍຂອງຫລາຍປະເທດໂດຍໄວ. ຢູ່ ຫວຽດນາມ ສິດເສລີການໄປມາ ໄດ້ຮັບຮູ້ດ້ວຍຖານະແມ່ນສິດພື້ນຖານຂອງມະນຸດ, ພົນລະເມືອງ ຢູ່ໃນມາດຕາ 23 ລັດຖະທຳມະນູນປີ 2013: “ພົນລະເມືອງມີສິດເສລີໃນການໄປມາ ແລະ  ພັກອາໄສຢູ່ພາຍໃນປະເທດ, ມີສິດອອກໄປຕ່າງປະເທດ ແລະ ຈາກຕ່າງປະເທດກັບມາປະເທດຊາດ”. ເນື້ອໃນນີ້ກໍ່ເໝາະສົມກັບເອກະສານກ່ຽວກັບສິດທິມະນຸດຂອງກົດໝາຍສາກົນ. ການກຳນົດກ່ຽວກັບການໄປມາ, ພັກອາໄສຂອງພົນລະເມືອງຫວຽດນາມແລະຊາວຕ່າງປະເທດ ຢູ່ຫວຽດນາມ ໄດ້ລະບຸໄວ້ໃນປະມວນກົດໝາຍວ່າດ້ວຍພົນລະເຮືອນ, ກົດໝາຍວ່າດ້ວຍສັນຊາ, ກົດໝາຍວ່າດ້ວຍການລົງທຶນ, ກົດໝາຍວ່າດ້ວຍການພັກອາໄສ ແລະ ບັນດາເອກະສານນິຕິກຳອື່ນທີ່ກ່ຽວຂອ້ງ. ລັດຖະບານຫວຽດນາມ ກໍ່ໄດ້ລົງນາມໃນສັນຍາ ແລະຂໍ້ຕົກລົງສອງຝ່າຍ 78 ສະບັບ ກ່ຽວກັບການຍົກເວັ້ນວີຊາໃຫ້ແກ່ພົນລະເມືອງບັນດາປະເທດ ແລະເຂດແຄ້ວນ, ສັນຍາວ່າດ້ວຍບັນຫາຊາຍແດນກັບບັນດາປະເທດບ້ານເຮືອນຄຽງ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງໄປມາ.
 ສິ່ງທີ່ໜ້າສົນໃຈນັ້ນແມ່ນໃນສະພາບການເກີດໂລກລະບາດໂຄວິດ-19, ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ ພັກ, ລັດ ໄດ້, ພວມ ແລະ ຈະມະນາພະຍາຍາມສຸດຈົນສຸດຄວາມສາມາດຂອງຕົນເພື່ອຮັບປະກັນບັນດາຄຳໝັ້ນສັນຍາ, ພັນທະສາກົນກ່ຽວກັບສິດເສລີໃນການໄປມາຂອງປະຊາຊົນ. ເມື່ອໂລກລະບາດໂຄວິດ-19ຍັງບໍ່ທັນໄດ້ຮັບການຄວບຄຸມ, ຂໍ້ຕົກລົງແຍກຫ່າງໃນສັງຄົມຂອງນາຍົກລັດຖະມົນຕີ ຫວຽດນາມ ໃນຊ່ວງເວລາເກີດໂລກລະບາດແມ່ນມີຄວາມຈຳເປັນທີ່ສຸດ, ສອດຄ່ອງກັບກົດໝາຍສາກົນ, ກົດໝາຍ ຫວຽດນາມ ແລະ ຮັບປະກັນສິດເສລີໃນການໄປມາຂອງປະຊາຊົນ, ຖືກກັບມາດຕາທີ 12 ຂອງສົນທິສັນຍາສາກົນກ່ຽວກັບບັນດາສິດພົນລະເຮືອນ ແລະ ການເມືອງ (ICCPR) ປີ 1966 ໂດຍຢັ້ງຢືນວ່າ ສິດເສລີໃນການໄປມາອາດຈະຖືກບັງຄັບດ້ວຍ”…ບັນດາຂໍ້ຈຳກັດຂອງກົດໝາຍໄດ້ກຳນົດ ແລະ ແມ່ນມີຄວາມຈຳປັນທີ່ສຸດເພື່ອປົກປັກຮັກສາຄວາມໝັ້ນຄົງຂອງປະເທດຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສຸຂະພາບ ຫຼື ຄຸນສົມບັດຈັນຍາບັນສັງຄົມ ຫຼື ບັນດາສິດເສລີຂອງຄົນອື່ນ”. ອີງຕາມກົດໝາຍ ຫວຽດນາມ, ຂໍ້ທີ  2, ມາດຕາທີ 14 ລັດຖະທຳມະນູນ ປີ 2013 ໄດ້ລະບຸຢ່າງຈະແຈ້ງວ່າ “ສິດທິມະນຸດ, ສິດພົນລະເມືອງພຽງແຕ່ຖືກຈຳກັດຕາມການກຳນົດຂອງກົດໝາຍໃນກໍລະນີທີ່ຈຳເປັນຍ້ອນເຫດຜົນດ້ານ ປ້ອງກັນຊາດ, ຄວາມໝັ້ນຄົງປະເທດຊາດ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ, ຄຸນສົມບັດຈັນຍາບັນສັງຄົມ, ສຸຂະພາບຂອງປະຊາຊົນ”.
ເພາະສະນັ້ນ, ສິດເສລີໃນການໄປມາແມ່ນປະຖົມປັດໃຈສຳຄັນໃນສິດທິມະນຸດ ແມ່ນ ໃນສະພາບການ “ສຸຂະພາບຂອງປະຊາຊົນ” ຖືກນາບຂູ່ຈາກໂລກລະບາດໂຄວິດ-19, ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ຫວຽດນາມ ແມ່ນທັນການ ແລະ ມີຄວາມຈຳເປັນທີ່ສຸດ, ສະກັດກັ້ນການແຜ່ລະບາດຂອງໂລະລະບາດ. ສຳຄັນກວ່າ, ຂໍ້ຕົກລົງນີ້ ໄດ້ຮັບການສະໜັບສະຫນູນຈາກປະຊາຊົນ, ຍ້ອນປະຊາຊົນຮັບຮູ້ໄດ້ຜົນກະທົບຂອງໂລກລະບາດໂຄວິດ-19 ແລະ ລະດັບຄວາມສຳຄັນຂອງການຄວບຄຸມການແຜ່ລະບາດໃນຊຸມຊົນ. ບັນດາການແຍກຫ່າງໃນສັງຄົມຢ່າງສຳເລັດຜົນໄດ້ປະກອບສ່ວນສຳຄັນເພື່ອໃຫ້ ຫວຽດນາມ ຍູ້ໂລກລະບາດໂຄວິດ-19 ໃຫ້ຖອຍໄປເປັນການພິສູດໃຫ້ເຫັນຢ່າງຈະແຈ້ງສິ່ງນັ້ນ.
ນອກນັ້ນ ພັກ ແລະລັດ ກໍ່ມີຄວາມເອົາໃຈໃສ່ເປັນພິເສດ ແລະ ໄດ້ມີມາດຕະການຄຸ້ມຄອງວຽກງານເຂົ້າອອກເມືອງຢ່າງເຂັ້ມງວດໃນໄລຍະເກີດໂລກລະບາດໂຄວິດ 19. ຕາມນັ້ນແລ້ວ ນັບແຕ່ວັນທີ 17 ມີນາ ຫວຽດນາມ ຢຸດຕິການອອອວີຊາແບບຊົ່ວຄາວສຳລັບຊາວຕ່າງປະເທດເຂົ້າເມືອງຫວຽດນາມ ໃນເວລາ 30 ວັນ ນັບແຕ່ 0 ໂມງວັນທີ 18 ມີນາ. ສິ່ງນີ້ແມ່ນສອດຄ່ອງກັບກົດໝາຍສາກົນ.
ໃນສະພາບການໂລກລະບາດໂຄວິດ-19ພວມແຜ່ລະບາດອອກສູ່ວົງກ້ວາງໃນທົ່ວໂລກ ແລະ ການບິນໂລກເກືອບວ່າ ບໍ່ໄດ້ເຄື່ອນໄຫວຍ້ອນໂລກລະບາດ, ພັກ ແລະ ລັດ ຫວຽດນາມ ມານະພະຍາຍາມຈັດຕັ້ງການສົ່ງພົນລະເມືອງ ຫວຽດນາມ ເກືອບ 50.000 ຄົນ ຢູ່ 48 ປະເທດ ແລະ ເຂດແຄ້ວນກັບມາປະເທດຢ່າງປອດໄພ. ການກະທຳນີ້ບໍ່ພຽງແຕ່ແມ່ນການເຄົາລົບຄຳໝັ້ນສັນຍາຮັບປະກັນສິດເຂົ້າເມືອງຂອງ ພົນລະເມືອງ ແຕ່ລະຄົນເທົ່ານັ້ນ, ຫາກຍັງສະແດງນ້ຳໃຈວັດທະນະທຳມະນຸດຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ບັນດາພໍ່ແມ່ປະຊາຊົນ ຫວຽດນາມ ທີ່ຢູ່ຫາ່ງໄກຈາກບ້ານເກີດເມືອງນອນ.
        ເມື່ອໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໂດຍພື້ນຖານ, ນັບແຕ່ວັນທີ 15 ກັນຍາ, ບັນດາສາຍການບິນການຄ້າສາກົນ ຈາກຫວຽດນາມໄປຍັງບາງປະເທດ ແລະເຂດແຄ້ວນໃນພາກພື້ນ ໄດ້ອະນຸຍາດໃຫ້ເຄື່ອນໄຫວຄືນໃຫມ່ ແລະຜູ້ໂດຍສາຍບາງຄົນຈຳເປັນຕ້ອງເຂົ້າເມືອງຫວຽດນາມ. ບັນດາບໍລິສັດການບິນ ຄື: Vietnam Airlines, Vietjet Air ກໍ່ໄດ້ເລີ່ມເປີດສາຍການບິນສາກົນໄປຍັງບັນດາສະຖານທີ່ປອດໄພຢູ່ ຍີ່ປຸ່ນ, ສ.ເກົາຫລີ, ໄຕ້ຫວັນ ຄືນໃຫມ່ ເພື່ອຕອບສະຫນອງຄວາມຕ້ອງການການຮຽນ,ເຮັດວຽກຂອງປະຊາຊົນພາຍໃນປະເທດ ແລະສາກົນ.
ບົນພື້ນຖານບັນດາໝາກຜົນບັນລຸໄດ້ໃນໄລຍະຜ່ານມາ, ພິເສດໃນປີ 2020, ພັກ ແລະລັດຫວຽດນາມຈະສືບຕໍ່ຮັບປະກັນບັນດາສິດພື້ນຖານຂອງພົນລະເຮືອນ, ໃນນັ້ນ ມີ ສິດເສລີໃນການໄປມາບົນພື້ນຖານກົດໝາຍຫວຽດນາມແລະ ກົດໝາຍສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ,ສະຖຽນລະພາບ, ວັດທະນາຖາວອນ ແລະ ການພັດທະນາຂອງປະຊາຄົມສາກົນ.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top