ການອຸປະຖຳມະນຸດສະທຳໄດ້ເລີ່ມສົ່ງເຂົ້າເຂດນີ້ແລ້ວ, ລວມມີ “ລົດຂົນສົ່ງນັບຮ້ອຍຄັນໄດ້ຂົນສົ່ງອາຫານ, ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ”.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນພາຍຫຼັງພິທີລົງນາມໄລຍະທຳອິດຂອງຂໍ້ຕົກລົງສັນຕິພາບ (ພາບ: Yoan Valat/REUTERS)
ພິທີລົງນາມໃນຂໍ້ຕົກລົງຢຸດຍິງ ກາຊາ ລະຫວ່າງ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 13 ຕຸລາ ຢູ່ເຂດພັກຜ່ອນຕາກອາກາດ Sharm El-Sheikh, ແຄມຝັ່ງທະເລແດງຂອງ ອີຢິບ. ເຫດການໄດ້ສ້າງບາດລ້ຽວສຳຄັນ, ເປີດກວ້າງແງ່ຫວັງຢຸດຕິການປະທະກັນຢ່າງສົມບູນ ແລະ ສ້າງພື້ນຖານສັນຕິພາບຢ່າງຍາວນານຢູ່ເຂດ ກາຊາ.
ພ້ອມກັບຂໍ້ຕົກລົງຢຸດຍິງ ກາຊາ, ມີການນຳໂລກ, ໃນນັ້ນ ມີທ່ານປະທານາທິບໍດີ ອາເມລິກາ Donald Trump, ປະມຸກລັດຂອງຫຼາຍປະເທດ ເອີລົບ ແລະ ບັນດາປະເທດ ອາຣັບ ໃນພາກພື້ນກວ່າ 20 ທ່ານ ໄດ້ເຊັນຖະແຫຼງການຮ່ວມ ແນໃສ່ປັບປຸງຄຳສັ່ງຢຸດຍິງ ແລະ ສັນຕິພາບຢູ່ເຂດ ກາຊາ.
ພາກໃໝ່ໃຫ້ແກ່ ກາຊາ
ຂໍ້ຕົກລົງຢຸດຍິງ ກາຊາ ທີ່ລົງນາມຢູ່ເຂດ Sharm El-Sheikh ໃນວັນທີ 13 ຕຸລາ ໄດ້ຫັນບັນດາຄຳໝັ້ນສັນຍາທີ່ ອິດສະຣາແອັນ ແລະ ຂະບວນການ ຮາມາດສ ໄດ້ເຫັນດີກ່ອນໜ້ານັ້ນໃນວັນທີ 10 ຕຸລາ ຢ່າງເປັນທາງການ, ຜ່ານການເປັນກາງໄກເກ່ຍຂອງ ອາເມລິກາ, ອີຢິບ, ກາຕາ, ຕວັກກີ, ຕາມນັ້ນແລ້ວ 2 ຝ່າຍໄດ້ຢຸດຍິງຢ່າງສິ້ນເຊີງໃນທັນທີ, ປະຕິບັດການແລກປ່ຽນຕົວປະກັນ - ນັກໂທດ, ພ້ອມກັນນັ້ນ ອິດສະຣາແອັນ ກໍ່ຄ່ອຍໆຖອນທະຫານກັບຄືນເຂດຈັດແບ່ງໃນຂໍ້ຕົກລົງກ່ອນໜ້ານັ້ນຢູ່ ກາຊາ.
ໂດຍເຂົ້າຮ່ວມໂດຍກົງຢູ່ເຂດ Sharm El-Sheikh ເພື່ອຮ່ວມເປັນປະທານພິທີລົງນາມ ພ້ອມກັບທ່ານປະທານາທິບໍດີປະເທດເຈົ້າພາບ ອີຢິບ Fattah al-Sisi, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍ້ອງຍໍຂໍ້ຕົກລົງນີ້ແມ່ນດີທີ່ສຸດຕໍ່ເຂດ ກາຊາ ແລະ ການນຳບັນດາປະເທດບັນລຸໄດ້ສິ່ງທີ່ຫຼາຍຄົນຮັບຖືວ່າ “ບໍ່ສາມາດປະຕິບັດໄດ້”. ພ້ອມກັບຂໍ້ຕົກລົງຢຸດຍິງ ອິດສະຣາແອັນ - ຮາມາດສ, ທ່ານປະທານາທິບໍດີ Donald Trump ພ້ອມກັບການນຳກວ່າ 20 ປະເທດໄດ້ລົງນາມຖະແຫຼງການເພື່ອແນໃສ່ປັບປຸງຄຳສັ່ງຢຸດຍິງ ແລະ ສັນຕິພາບຢູ່ ກາຊາ. ຕາມຖະແຫຼງການທີ່ໄດ້ລົງນາມ, ບັນດາຝ່າຍໃຫ້ຄຳໝັ້ນສັນຍາຈະເດີນຕາມວິໄສທັດຢ່າງຮອບດ້ານກ່ຽວກັບສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນລວມພາກພື້ນ. ທ່ານປະທານາທິບໍດີ ອາເມລິກາ Donald Trump ຊີ້ແຈ້ງວ່າ:
“ນີ້ແມ່ນຈຸດເວລາສຳຄັນຍິ່ງໃຫ້ແກ່ປະຫວັດສາດໂລກ ຫາກບໍ່ພຽງແຕ່ຢູ່ພາກພື້ນ ຕາເວັນອອກກາງ. ພວກຂ້າພະເຈົ້າລ້ວນແຕ່ເຫັນດີນຳກັນວ່າ ຕ້ອງໜູນຊ່ວຍ ກາຊາ ເພື່ອໃຫ້ປະຊາຊົນພ້ອມກັນລຸກຂຶ້ນ. ແຕ່ພວກຂ້າພະເຈົ້າບໍ່ຢາກອຸປະຖຳ ບໍ່ວ່າສິ່ງໃດທີ່ກ່ຽວຂ້ອງເຖິງການໃຊ້ຄວາມຮຸນແຮງ ຄືເຄີຍເກີດຂຶ້ນໃນອະດີດຕະການ. ສະນັ້ນ, ພວກຂ້າພະເຈົ້າກໍ່ເຫັນດີນຳກັນວ່າ ເລື່ອງສ້າງເຂດ ກາຊາ ຄືນໃໝ່ ຮຽກຮ້ອງຕ້ອງມີມາດຕະການດ້ານອາວຸດ ແລະ ມີກຳລັງພົນລະເຮືອນມີເຈດຕະນາດີ ຈຶ່ງໄດ້ຮັບອະນຸຍາດເຄື່ອນໄຫວ ເພື່ອສ້າງບັນດາເງື່ອນໄຂທີ່ປອດໄພໃຫ້ແກ່ປະຊາຊົນ ກາຊາ”.
ພາຍຫຼັງພິທີລົງນາມໃນຂໍ້ຕົກລົງຢຸດຍິງ ອິດສະຣາແອັນ - ຮາມາດສ, ທ່ານປະທານາທິບໍດີ ອີຢິບ Abdel Fattah al-Sisi ໃຫ້ຮູ້ວ່າ ອີຢິບ ຈະພ້ອມກັບ ອາເມລິກາ ສົມທົບກັບຄູ່ຮ່ວມມືໃນຊຸມມື້ຈະມາເຖິງ ເພື່ອສ້າງພື້ນຖານໃຫ້ແກ່ການສ້າງເຂດ ກາຊາ ຄືນໃໝ່, ແລະ ຄາດວ່າຈະຈັດກອງປະຊຸມກ່ຽວກັບການຟື້ນຟູ, ສ້າງສາ ແລະ ພັດທະນາ ກາຊາ ຄືນໃໝ່ໂດຍໄວ. ທ່ານປະທານາທິບໍດີ Donald Trump ກໍ່ໃຫ້ຮູ້ວ່າ ການອຸປະຖຳມະນຸດສະທຳໄດ້ເລີ່ມສົ່ງເຂົ້າເຂດນີ້ແລ້ວ, ລວມມີ “ລົດຂົນສົ່ງນັບຮ້ອຍຄັນໄດ້ຂົນສົ່ງອາຫານ, ເຄື່ອງອຸປະກອນການແພດ ແລະ ບັນດາເຄື່ອງຂອງທີ່ຈຳເປັນ”, ພ້ອມກັນນັ້ນ ກໍ່ຖະແຫຼງວ່າ ການປະທະກັນຢູ່ເຂດ ກາຊາ ໄດ້ສິ້ນສຸດລົງ.
ສິ່ງທົດສອບຕໍ່ໄປ
ຕີລາຄາຂໍ້ຕົກລົງຢຸດຍິງແມ່ນບາດກ້າວສຳຄັນ ແລະ ຕັ້ງໜ້າທີ່ສຸດສຳລັບການປະທະກັນ ກາຊາ, ແຕ່ວົງການນັກສັງເກດການສ່ວນຫຼາຍລ້ວນແຕ່ຖືວ່າ ຂໍ້ສັງເກດຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບ “ການປະທະກັນຢູ່ເຂດ ກາຊາ ໄດ້ຢຸດຕິລົງ” ມີສ່ວນໜຶ່ງທີ່ປະເອີບໃຈ. ຕາມນັກຊ່ຽວຊານ Shibley Telhami, ສາດສະດາຈານຢູ່ມະຫາວິທະຍາໄລ Maryland (ອາເມລິກາ), ພ້ອມທັງເປັນນັກຄົ້ວຄວ້າຢູ່ສະຖາບັນ Brookings (ອາເມລິກາ) ແລ້ວ, ໄລຍະຕໍ່ໄປຂອງແຜນການສັນຕິພາບ ກາຊາ ຈຶ່ງແມ່ນໄລຍະຂອງສິ່ງທ້າທາຍຫຼາຍຢ່າງທີ່ສຸດ.
“ບັນຫານີ້ກ່ຽວຂ້ອງເຖິງຫຼາຍສິ່ງກວ່າແມ່ນຄຳສັ່ງຢຸດຍິງ ຍ້ອນໃນແຜນການຂອງທ່ານ Donald Trump ມີຫຼາຍປັດໄຈໂອ້ລົມສົນທະນາສາກົນ, ລວມທັງບັນດາປະເທດ ອິດສະລາມ ແລະ ອາຣັບ ທີ່ເຄີຍສວມບົດບາດເປັນກາງໄກເກ່ຍເບື້ອງຫຼັງບັນດາຂໍ້ຕົກລົງນີ້. ແຕ່ມາຮອດປະຈຸບັນ, ແຜນການຂອງທ່ານ Donald Trump ຍັງບໍ່ທັນໄດ້ຮັບຄວາມເຫັນດີຂອງທັງຊາວ ອິດສະຣາແອັນ ແລະ ປາແລັດສະຕິນ. ສະນັ້ນ, ຂ້າພະເຈົ້າຄິດວ່າ, ບັນດາສິ່ງທີ່ພວມມີຢູ່ແລ້ວໃນປະຈຸບັນອາດສາມາດແຕກແຫງເມື່ອເຫດການງຽບໄປ”.
ແບ່ງປັນກ່ຽວກັບຂໍ້ສັງເກດດັ່ງກ່າວ, ທ່ານນາງ Sanam Vakil, ຫົວໜ້າໂຄງການຕາເວັນອອກກາງ ແລະ ອາຟະລິກາເໜືອ ຢູ່ສະຖາບັນ Chatham House (ອັງກິດ), ຖືວ່າ:
“ຂ້າພະເຈົ້າຄິດວ່າ, ແຜນການໄດ້ມີບັນດາຂອບການກະທຳ ແຕ່ຍັງຂາດລາຍລະອຽດຫຼາຍ. ແລະຍິ່ງກວ່າສິ່ງໃດໝົດ, ສິ່ງທີ່ຈຳເປັນທີ່ສຸດແມ່ນການລົງທຶນ ແລະ ຄວາມເອົາໃຈໃສ່ຢ່າງຍາວນານຂອງທ່ານ Donald Trump, ຜູ້ສວມບົດບາດຕັດສິນໃນການນຳບັນດາຝ່າຍເຂົ້າຮ່ວມໂຕະເຈລະຈາ, ກໍຄືຂອງບັນດາການນຳຢູ່ພາກພື້ນ”.
ໃນຈຳນວນສິ່ງທ້າທາຍຢ່າງໃຫຍ່ຫຼວງຂອງໄລຍະທີ 2, ວົງການນັກສັງເກດການຖືວ່າ ມາດຕະການແກ້ໄຂ ຮາມາດສ ຈະແມ່ນບັນຫາຫຍຸ້ງຍາກທີ່ສຸດ ຍ້ອນ ຮາມາດສ ບໍ່ເຫັນດີ ຫຼື ພຽງແຕ່ມີມາດຕະການແກ້ໄຂສ່ວນໜຶ່ງ, ແນ່ນອນວ່າ ຝ່າຍ ອິດສະຣາແອັນ ຈະບໍ່ຖອນທະຫານອອກຈາກ ກາຊາ ທັງໝົດ ແລະ ຄວາມສ່ຽງຂອງການປະທະກັນເກີດຂຶ້ນຄືນໃໝ່ແມ່ນໃຫຍ່ຫຼວງທີ່ສຸດ. ເມື່ອນັ້ນ, ສັນຕິພາບຢູ່ ຕາເວັນອອກກາງ ຈະຢືນຢູ່ຕໍ່ໜ້າສິ່ງທົດສອບທີ່ມີໄພຄວາມສ່ຽງສູງ.