• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ສະໜັບສະໜູນບັນດາມາດຕະການຕ້ານກໍ່ການຮ້າຍ

ຫວຽດນາມ ສະໜັບສະໜູນບັນດາມາດຕະການຕ້ານການກໍ່ການຮ້າຍທີ່ສອດຄ່ອງກັບບັນດາຫຼັກການຂອງກົດບັດສະຫະປະຊາຊາດ, ບັນດາພັນທະຕາມກົດໝາຍສິດທິມະນຸດ ແລະ ມະນຸດສະທຳສາກົນ.
(ທີ່ວາລະປຶກສາຫາລື)

ວັນທີ 02 ຕຸລາ, ຄະນະກຳມະການນິຕິກຳ (ຄະນະກຳມະການ 6) ຂອງ ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 78 ໄດ້ໄຂກອງປະຊຸມຢູ່ນິວຢອກ, ອາເມລິກາ ແລະ ດຳເນີນວາລະປຶກສາຫາລືກ່ຽວກັບ “ບັນດາມາດຕະການລົບລ້າງລັດທິກໍ່ການຮ້າຍສາກົນ” ໂດຍມີການເຂົ້າຮ່ວມຂອງບັນດາປະເທດສະມາຊິກ ສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງລະດັບພາກພື້ນ ແລະ ສາກົນ.     

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື, ທ່ານນາງອັກຄະລັດຖະທູດ ເລທິມິນທວາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນເດັດດ່ຽວຄັດຄ້ານລັດທິກໍ່ການຮ້າຍໃນບໍ່ວ່າຮູບການໃດໆ ແລະ ສາຍເຫດໃດໆ. ຫວຽດນາມ ສະໜັບສະໜູນບັນດາມາດຕະການຕ້ານການກໍ່ການຮ້າຍທີ່ສອດຄ່ອງກັບບັນດາຫຼັກການຂອງກົດບັດສະຫະປະຊາຊາດ, ບັນດາພັນທະຕາມກົດໝາຍສິດທິມະນຸດ ແລະ ມະນຸດສະທຳສາກົນ. ກ່ຽວກັບບັນດາມາດຕະການ ແກ້ໄຂການກໍ່ການຮ້າຍຢ່າງມີປະສິດທິຜົນ, ຜູ້ຕາງໜ້າ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການ ແກ້ໄຂການກໍ່ການຮ້າຍເຖິງກົກເຖິງປາຍ, ປັບປຸງສະພາບຂາດຄວາມສະເໝີພາບ ດ້ານເສດຖະກິດ - ສັງຄົມ ແລະ ການເມືອງ... ພ້ອມທັງ, ຊຸກຍູ້ການຮ່ວມມືສາກົນທັງລະດັບຊາດ, ພາກພື້ນ ແລະ ທົ່ວໂລກ.

ເມື່ອເຕື້ອງເຖິງເຫດບຸກໂຈມຕີກໍ່ການຮ້າຍທີ່ເກີດຂຶ້ນຢູ່ຕາແສງ ກືກຸນ, ແຂວງ ດັກລັກ, ເມື່ອເດືອນ ມິຖຸນາ ຜ່ານມາ, ຜູ້ຕາງໜ້າ ຫວຽດນາມ ຂອບໃຈບັນດາຄູ່ຮ່ວມມືໄດ້ກ່າວປະນາມການບຸກໂຈມຕີ; ພ້ອມກັນນັ້ນ ກໍ່ສະເໜີໃຫ້ບັນດາປະເທດ, ອົງການຈັດຕັ້ງສາກົນສືບຕໍ່ໜູນຊ່ວຍ ແລະ ຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນການສືບສວນ, ພິພາສາເປົ້າໝາຍກໍ່ການຮ້າຍພວມຫຼົບໜີ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top