• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຍູ້ໄວຄວາມຄືບໜ້າການສ້າງຮ້ານວາງສະແດງຢູ່ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025

ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ກ່າວຄຳເຫັນ (ພາບ: VGP)

ຕອນບ່າຍວັນທີ 19 ຕຸລາ, ເມື່ອໄປກວດກາວຽກງານກະກຽມໃຫ້ແກ່ ງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ຢູ່ສູນວາງສະແດງ ຫວຽດນາມ (ທີ່ ຮ່າໂນ້ຍ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ຮຽກຮ້ອງຕ້ອງຍູ້ໄວຄວາມຄືບໜ້າການສ້າງບັນດາຮ້ານວາງສະແດງ, ຮັບປະກັນໃຫ້ສິນຄ້າຢູ່ງານຕະຫຼາດນັດແມ່ນບັນດາສິນຄ້າດີເດັ່ນ, ມີຄຸນນະພາບສູງທີ່ສຸດ.

        ບັນດາສຳນັກງານ, ອົງການ, ວິສາຫະກິດດຳເນີນການສ້າງແຕ່ວັນທີ 17 ຕຸລາ 2025 ຖືກຕາມຄວາມຄືບໜ້າ, ຮັບປະກັນໃຫ້ສຳເລັດກ່ອນວັນທີ 22 ຕຸລາ 2025 ເພື່ອ ມອບໃຫ້ວິສາຫະກິດວາງສະແດງສິນຄ້າຮັບໃຊ້ການກວດກາຮອບສຸດທ້າຍໃນວັນທີ 24 ຕຸລາ 2025.

        ຜ່ານການສຳຫຼວດກວດກາຕົວຈິງ, ທ່ານຮອງນາຍົກລັດຖະມົນຕີ ບຸ່ຍແທງເຊີນ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການທີ່ກ່ຽວຂ້ອງໃນການຜັນຂະຫຍາຍບັນດາເນື້ອໃນຂອງວຽກງານໃຫ້ຖືກຕ້ອງຕາມຄວາມຄືບໜ້າ, ພິທີໄຂງານຕະຫຼາດນັດຈະຈັດຂຶ້ນໃນວັນທີ 20 ໂມງ ຂອງວັນທີ 25 ຕຸລາ 2025. ງານຕະຫຼາດນັດດັ່ງກ່າວແມ່ນງານຕະຫຼາດນັດມີຂອບຂະໜາດໃຫຍ່ສຸດຢູ່ ຫວຽດນາມ, ດ້ວຍຮ້ານວາງສະແດງປະມານ 3.000 ຮ້ານ.

(ແຫຼ່ງຄັດຈາກ VOV)

ໂຮ້ຍ​ອານ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັບ​ພົບ​ແຖວ​ໜ້າ​ຂອງ​ຂະ​ແໜງທ່ອງ​ທ່ຽວ ຫວຽດ​ນາມ ແລະ ໂລກ

ໂຮ້ຍ​ອານ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຈຸດ​ນັບ​ພົບ​ແຖວ​ໜ້າ​ຂອງ​ຂະ​ແໜງທ່ອງ​ທ່ຽວ ຫວຽດ​ນາມ ແລະ ໂລກ

ໂຮ້ຍອານ ສືບຕໍ່ແມ່ນໜຶ່ງໃນບັນດາຈຸດນັດພົບແຖວໜ້າຂອງຂະແໜງທ່ອງທ່ຽວ ຫວຽດນາມ ແລະ ໂລກ. ນັບແຕ່ປີ 2012 ມາຮອດປັດຈຸບັນ, ໂຮ້ຍອານ ໄດ້ຮັບ 82 ນາມມະຍົດການທ່ອງທ່ຽວ ໂດຍບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດຄັດເລືອກ.

Top