• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ-ລາວ ເພີ່ມທະວີ ການແລກປ່ຽນ ດ້ານ ວຽກງານ ທິດສະດີ

 
ທ່ານເຈືອງ ສົມບູນຂັນ ຕ້ອນຮັບ
ການເຂົ້າຢ້ຽມຄຳນັບຂອງ ທ່ານ ຟຸ່ງຫືວຟູ໋.
ໃນຕອນບ່າຍວັນທີ 20 ມີນາ, ທີ່ນະຄອນຫຼວງວຽງຈັນ, ທ່ານ ເຈືອງ ສົມບູນຂັນ, ເລຂາສູນກາງພັກ, ຫົວໜ້າ ຄະນະ ໂຄສະນາອົບຮົມສູນກາງ ພັກ ປະຊາຊົນ ປະຕິວັດລາວ ໄດ້ ຕ້ອນຮັບການເຂົ້າຢ້ຽມຄຳນັບ ຂອງ ທ່ານ ຟຸ່ງຫືວຟູ໋, ຮອງ ປະທານ ຜູ້ປະຈຳການ ສະພາ ທິດສະດີ ສູນກາງ ພັກກອມມູນິດຫວຽດນາມ ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
ໃນການຕ້ອນຮັບ, ທ່ານ ຟຸ່ງຫືວຟູ໋ ໄດ້ລາຍງານ ຕໍ່ທ່ານ ເຈືອງ ສົມບູນຂັນ ກ່ຽວກັບການພົບປະລະຫວ່າງ ສະພາ ທິດສະດີ ສູນກາງ ພັກກອມມູນິດຫວຽດນາມ ແລະ ສະພາ ວິທະຍາສາດ ສັງຄົມແຫ່ງຊາດລາວ, ເນັ້ນໜັກ ເຖິງ ການແລກປ່ຽນບົດຮຽນ ເປັນປະຈຳ ໃນດ້ານທິດສະດີ, ພາກປະຕິບັດຕົວຈິງ, ວຽກງານນຳພາ, ກໍ່ສ້າງ ພັກ, ຄຸ້ມຄອງສັງຄົມ ຕະຫຼອດຮອດ ການພັດທະນາເສດຖະກິດ ຕາມທິດ ສັງຄົມນິຍົມ ຢູ່ແຕ່ລະປະເທດ ແມ່ນສິ່ງທີ່ຈຳເປັນ ທີ່ສຸດ.
ທ່ານ ເຈືອງ ສົມບູນຂັນ ກໍໃຫ້ຮູ້ວ່າ, ກົມການເມືອງ ພັກປະຊາຊົນ ປະຕິວັດລາວ ໄດ້ຕີລາຄາ ການສຳມະນາ ທິດສະດີ ຄັ້ງທຳອິດ ລະຫວ່າງ ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ທີ່ໄດ້ຈັດຕັ້ງ ໃນໄລຍະຜ່ານມາ ແມ່ນ ສຸດທີ່ເໝາະສົມກັບຄວາມເປັນຈິງ. ສອງຝ່າຍໄດ້ເປັນເອກະພາບນຳກັນ ກ່ຽວກັບ ການ ແບ່ງປັນຂໍ້ມູນຂ່າວສານ ແນໃສ່ຍົກສູງ ຄຸນນະພາບ ການໃຫ້ຄຳປຶກສາ ຂອງສະພາ ໃຫ້ແກ່ຜູ້ນຳ ຂັ້ນສູງ ກ່ຽວກັບບັນດາບັນຫາທີ່ສຳຄັນ ຂອງສອງປະເທດ, ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແບບພິເສດ ຫວຽດນາມ-ລາວໃຫ້ນັບມື້ນັບແຕກດອກອອກຜົນ.
ໂດຍ: ຮວ່າງເຈືອງ(ວຽງຈັນ)
 

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.

Top