• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາຍທະຫານໜຸ່ມ ຫວຽດນາມ - ລາວ - ກຳປູເຈຍ ພົບປະແລກປ່ຽນຢູ່ຫຼັກໝາຍຊາຍແດນ 3 ປະເທດ

ວັນທີ 28 ພຶດສະພາ, ຄະນະນາຍທະຫານໜຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ໄປຢ້ຽມຢາມ ແລະ ຮັບຟັງກ່ຽວກັບປະຫວັດສາດຂອງຫຼັກໝາຍຊາຍແດນ 3 ປະເທດ, ແຂວງ ກວາງງ້າຍ, ຫວຽດນາມ.
  ຄະນະນາຍທະຫານໜຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ໄປຢ້ຽມຢາມຫຼັກໝາຍຊາຍແດນ 3 ປະເທດ, ແຂວງ ກວາງງ້າຍ (ພາບ: TTXVN)  

ບັນ​ດາ​ເຫດ​ການ​ທີ່​ຈັດ​ຂຶ້​ນ​ຢູ່ຫຼັກ​ໝາຍ​ຊາຍ​ແດນ 3 ປະ​ເທດ ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວ​ີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ສ້າງ​ນ້ຳ​ໃຈ​ມິ​ດ​ຕະ​ພາບ, ຄວາມສາ​ມັກ​ຄີ, ຊຸກ​ຍູ້​ການ​ຮ່ວມ​ມື, ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ກຳ​ລັງ​ປ້ອງ​ກັນ​ຊາຍ​ແດນ 3 ປະ​ເທດ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ເຂດ​ຊາຍ​ແດນ; ຜ່ານນັ້ນ, ກໍ່ປະ​ກອບ​ສ່ວນ​ສ້າງ​ເສັ້ນ​ຊາຍ​ແດນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ໃຫ້​ມີ​ສັນ​ຕິພາບ, ມິດ​ຕະ​ພາບ, ສະ​ຖຽນ​ລະ​ພາບ, ​ມີ​ການຮ່ວມ​ມື ແລະ ພັດ​ທະ​ນາ.

  ຄະນະນາຍທະຫານໜຸ່ມ 3 ປະເທດໄດ້ມອບປື້ມຂຽນ, ປື້ມການຮຽນໃຫ້ແກ່ນັກຮຽນ (ພາບ: TTXVN))  

ພາຍ​ຫຼັງ​ໄປ​ຢ້ຽມ​ຢາມ​ຫຼັກ​ໝາຍ​ຊາຍ​ແດນ 3 ປະ​ເທດ, ຄະ​ນະ​ນາຍ​ທະ​ຫານ​ໜຸ່ມ 3 ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ຢູ່​ຫໍ​ວັດ​ທ​ະ​ນະ​ທຳ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ (ບ້ານ ຕາ​ກາ, ຕາ​ແສງ ເບີ​ອີ, ແຂວງ ກວາງ​ງ້າຍ). ກິດ​ຈະ​ກຳ​ແມ່ນ​ຂອງ​ຂວັນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ງານ​ພົບ​ປະ​ແລ​ກ​ປ່ຽນ​ມິດ​ຕະ​ພາບ​ປ້ອງ​ກັນ​ຊາດ​ເຂ​ດ​ຊາຍ​ແດນ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ຄັ້ງ​ທີ 1. ຢູ່​ທີ່ນີ້, ຄະ​ນະ​ນາຍ​ທະ​ຫານ​ໜຸ່ມ 3 ປະ​ເທດ​ໄດ້​ມອບ​ຂອງ​ຂວັນ 20 ພູດ​ໃຫ້​ແກ່​ບັນ​ດາ​ນັກ​ຮຽນທີ່​ປະ​ສົບ​ກັບ​ຄວາມ​​ທຸກ​ຍາກ ແລະ ຄອບ​ຄົວ​ປະ​ສົບ​ກັບ​ຄວາມ​ທຸກຍາກ​​ໃນ​ບໍ​ລິ​ເວນ; ມອບ​ປື້ມ​ຂຽນ 1.000 ຫົວ ແລະ ປື້ມ​ການ​ຮຽນ 500 ຫົວ​ໃຫ້​ແກ່​ນັກ​ຮຽນ​ຢູ່​ບໍ​ລິ​ເວນ​ຕາ​ແສງ ເບີ​ອີ.

(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ກອງ​ປະ​ຊຸມ​ພົບ​ປະ​ຂັ້ນ​ສູງ ຫວຽດ​ນາມ - ສິງ​ກະ​ໂປ

ຕອ​ນ​ເຊົ້າ​ວັນ​ທີ 29 ພຶດ​ສະ​ພາ, ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ​ລະ​ດັບ​ຊາດທີ່​ໄດ້​ດຳ​ເນີນ​ຢ່າງ​ສົມ​ກຽດ​ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສິງ​ກະ​ໂປ, ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄດ້​ພົບ​ປະ​ ກັບ​ທ່ານ Tharman Shanmugaratnam ປະ​ທາ​ນາ​ທິ​ບໍ​ດີ ສິງ​ກະ​ໂປ.

Top