ວັນທີ 28 ພຶດສະພາ, ຄະນະນາຍທະຫານໜຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ໄປຢ້ຽມຢາມ ແລະ ຮັບຟັງກ່ຽວກັບປະຫວັດສາດຂອງຫຼັກໝາຍຊາຍແດນ 3 ປະເທດ, ແຂວງ ກວາງງ້າຍ, ຫວຽດນາມ.
ຄະນະນາຍທະຫານໜຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ໄດ້ໄປຢ້ຽມຢາມຫຼັກໝາຍຊາຍແດນ 3 ປະເທດ, ແຂວງ ກວາງງ້າຍ (ພາບ: TTXVN)
ບັນດາເຫດການທີ່ຈັດຂຶ້ນຢູ່ຫຼັກໝາຍຊາຍແດນ 3 ປະເທດ ໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມື, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງກຳລັງປ້ອງກັນຊາຍແດນ 3 ປະເທດ, ອຳນາດການປົກຄອງ ແລະ ປະຊາຊົນເຂດຊາຍແດນ; ຜ່ານນັ້ນ, ກໍ່ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ມີການຮ່ວມມື ແລະ ພັດທະນາ.
ຄະນະນາຍທະຫານໜຸ່ມ 3 ປະເທດໄດ້ມອບປື້ມຂຽນ, ປື້ມການຮຽນໃຫ້ແກ່ນັກຮຽນ (ພາບ: TTXVN))
ພາຍຫຼັງໄປຢ້ຽມຢາມຫຼັກໝາຍຊາຍແດນ 3 ປະເທດ, ຄະນະນາຍທະຫານໜຸ່ມ 3 ປະເທດໄດ້ເຂົ້າຮ່ວມການພົບປະຢູ່ຫໍວັດທະນະທຳມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ (ບ້ານ ຕາກາ, ຕາແສງ ເບີອີ, ແຂວງ ກວາງງ້າຍ). ກິດຈະກຳແມ່ນຂອງຂວັນຂອງກະຊວງປ້ອງກັນປະເທດ ຫວຽດນາມ ເນື່ອງໃນໂອກາດງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ຄັ້ງທີ 1. ຢູ່ທີ່ນີ້, ຄະນະນາຍທະຫານໜຸ່ມ 3 ປະເທດໄດ້ມອບຂອງຂວັນ 20 ພູດໃຫ້ແກ່ບັນດານັກຮຽນທີ່ປະສົບກັບຄວາມທຸກຍາກ ແລະ ຄອບຄົວປະສົບກັບຄວາມທຸກຍາກໃນບໍລິເວນ; ມອບປື້ມຂຽນ 1.000 ຫົວ ແລະ ປື້ມການຮຽນ 500 ຫົວໃຫ້ແກ່ນັກຮຽນຢູ່ບໍລິເວນຕາແສງ ເບີອີ.