• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ມານະພະຍາຍາມຟື້ນຟູຂະແຫນງທ່ອງທ່ຽວໃນປີ 2024

ປີກາຍນີ້ ຂະແຫນງທ່ອງທ່ຽວ ຫວຽດນາມ ໄດ້ມີສັນຍານດີຂຶ້ນ. ຍອດຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸປະມານ 12,5 ລ້ານເທື່ອຄົນ, ລື່ນກາຍຫລາຍເມື່ອທຽບໃສ່ຕົວເລກທີ່ວາງອອກໃນຕົ້ນປີແມ່ນ 8 ລ້ານເທື່ອຄົນ. ນີ້ແມ່ນປະຖົມປັດໄຈເພື່ອໃຫ້ຂະແໜງການທ່ອງທ່ຽວ ຫວຽດນາມ ບຸກທະລຸໃນປີນີ້.
ນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຮ່າຢາງ.ພາບ: TTXVN

ຕາມຕົວເລກສະຖິຕິຂອງສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ໃນປີກາຍນີ້, ຄາດວ່າ ລະບົບວິສາຫະກິດ, ຫົວໜ່ວຍທຸລະກິດທ່ອງທ່ຽວໄດ້ຮັບໃຊ້ນັກທ່ອງທ່ຽວພາຍໃນປະເທດປະມານ 105 ລ້ານເທື່ອຄົນ; ນັກທ່ອງທ່ຽວສາກົນ ແມ່ນ 12,5 ຫາ 13 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວຫວຽດນາມ ປະມານ 5 ລ້ານເທື່ອຄົນໄປທ່ຽວຕ່າງປະເທດ.

ບັນດາວິສາຫະກິດທ່ອງທ່ຽວ ຫວຽດນາມ ໄດ້ເຄື່ອນໄຫວຢ່າງຕັ້ງໜ້າ, ເພື່ອຮັບໃຊ້ຄວາມຕ້ອງການຂອງນັກທ່ອງທ່ຽວ ຫວຽດນາມ ແລະ ສາກົນ. ຄຽງຂ້າງນັ້ນ, ສະຫະສະມາຄົມທ່ອງທ່ຽວຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດກໍ່ໄດ້ມານະພະຍາຍາມເສີມຂະຫຍາຍບົດບາດຂອງຕົນໃນການໜູນຊ່ວຍບັນດາວິສາຫະກິດສະມາຊິກ, ພິເສດແມ່ນຍູ້ແຮງບັນດາການເຄື່ອນໄຫວເຊື່ອມຕໍ່, ທ່ານນາງ ຈ້ຽວທິຕີ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວແຂວງ ຮ່າຢາງ, ໃຫ້ຮູ້ວ່າ: ປີກາຍນີ້, ຂະແຫນງທ່ອງທ່ຽວແຂວງ ຮ່າຢາງ ມີບາດກ້າວບຸກທະລຸ ແລະ ເຕີບໂຕເປັນຢ່າງດີ.

ແຂວງ ຮ່າຢາງ ໄດ້ຕ້ອນຮັບນັກທ່ອງທ່ຽວກວ່າ 3 ລ້ານເທື່ອຄົນ ແລະ ໄດ້ຮັບລາງວັນທ່ອງທ່ຽວສາກົນຫຼາຍລາງວັນ, ໃນນັ້ນມີລາງວັນ “ສະຖານທີ່ທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນແຖວຫນ້າຂອງອາຊີ ປີ 2023” (Asia's Leading Emerging Tourism Destination 2023)  ແລະ ໄດ້ຈັດເຂົ້າໃນ 25 ອັນດັບສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈທີ່ສຸດໃນໂລກໃນປີ 2023 ຕາມການຈັດອັນດັບຂອງໜັງສືພິມ New York Times (ອາເມລິກາ).

ໃນປີຜ່ານມາພວກຂ້າພະເຈົ້າໄດ້ຍູ້ແຮງການຮ່ວມສຳພັນກັບຫລາຍທ້ອງຖິ່ນສະມາຄົມວິສາຫະກິດທ່ອງທ່ຽວ... ແລະ ສົມທົບການເຄື່ອນໄຫວສົ່ງເສີມໂຄສະນາການເຄື່ອນໄຫວທີ່ຈັດຂຶ້ນຢູ່ທ້ອງຖິ່ນພາຍໃນ ແລະ ຕ່າງປະເທດພ້ອມກັນນັ້ນພວກຂ້າພະເຈົ້າກໍ່ເປັນເຈົ້າພາບຈັດກິດຈະກຳໂຄສະນາການທ່ອງທ່ຽວຢູ່ຫລາຍທ້ອງຖິ່ນໃນທົ່ວປະເທດປີກາຍນີ້ພວກຂ້າພະເຈົ້າໄດ້ດຶງດູດ 14 ບໍລິສັດທ່ອງທ່ຽວສາກົນມາດຳເນີນງານ ແລະ ສົ່ງເສີມໂຄສະນາຢູ່ ຮ່າຢາງ.

ເພື່ອບັນລຸໄດ້ການເຕີບໂຕຄືກ່ອນທີ່ເກີດໂລກລະບາດໂຄວິດ-19 (2019), ສະຫະສະມາຄົມທ່ອງທ່ຽວຫວຽດນາມ ຈະເພີ່ມທະວີການເຄື່ອນໄຫວຮ່ວມສຳພັນ, ຮ່ວມມື; ປະຕິບັດກົນໄກປະສານງານລະຫວ່າງເຂດ, ເຊື່ອມຕໍ່ເຂດຢ່າງມີປະສິດທິຜົນ; ພັດທະນາຜະລິດຕະພັນ, ການຕະຫຼາດ,   ການບໍລິການ, ສົ່ງເສີມການໂຄສະນາ, ສ້າງຍີ່ຫໍ້…ທ່ານ ຫວູເທບິ່ງ, ປະທານ ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ຖືວ່າ:

ທີນຶ່ງ ສຳລັບແຫຼ່ງນັກທ່ອງທ່ຽວຫຼາຍປະເທດຍັງບໍ່ທັນຟື້ນຕົວດັ່ງນັ້ນ ເພື່ອມີແຫຼ່ງທ່ອງທ່ຽວພວກເຮົາຕ້ອງເຮັດຫລາຍວຽກງານກວ່າຕ້ອງຊຸກຍູ້ໃຫ້ເຂັ້ມແຂງກວ່າ.  ທີສອງກ່ຽວກັບຜະລິດຕະພັນຄວາມນິຍົມຂອງນັກທ່ອງທ່ຽວກໍ່ມີການປ່ຽນແປງຕ້ອງສ້າງຜະລິດຕະພັນທີ່ເຫມາະສົມກວ່າທີສາມໃນດ້ານຊັບພະຍາກອນມະນຸດ... ພວກເຮົາເຫັນວ່າຊັບພະຍາກອນມະນຸດຂອງຂະແຫນງທ່ອງທ່ຽວກວ່າເຄິ່ງໜຶ່ງໄດ້ຫັນໄປເຮັດວຽກຢູ່ຂະແຫນງອື່ນດັ່ງນັ້ນປີກາຍນີ້ ເປັນປີທີ່ມີຄວາມມານະພະຍາຍາມທີ່ສຸດເພື່ອດຶງດູດແຫລ່ງຊັບພະຍາກອນມະນຸດຄືນໃຫມ່ ແລະ ປີນີ້ພວກເຮົາຕ້ອງເຮັດວຽກງານນີ້ໃຫ້ຫຼາຍຂຶ້ນ.

ປີນີ້, ຂະແໜງທ່ອງທ່ຽວ ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຟື້ນຕົວການເຄື່ອນໄຫວທ່ອງທ່ຽວໃນທຸກມາດຖານທີ່ບັນລຸໄດ້ໃນປີ 2019, ວາງຄາດໝາຍດຶງດູດ ແລະ ຮັບໃຊ້ແຂກທ່ອງທ່ຽວສາກົນ 20 ລ້ານຄົນ. ທ່ານ ຫງວຽນກົງຮວານ, ຫົວໜ້າຄະນະສື່ສານຂອງສະຫະສະມາຄົມທ່ອງທ່ຽວ ຫວຽດນາມ, ຜູ້ອຳນວຍການຝ່າຍບໍລິຫານບໍລິສັດຫຸ້ນສ່ວນ Flamigo Redtours ໃຫ້ຮູ້ວ່າ:

 “ພາບພົດຂອງປະເທດຊາດ ແລະປະຊາຊົນຫວຽດນາມ ມີຄວາມສະຫງົບສຸກສວຍງາມທີ່ສຸດ ແລະ ມີຄວາມປອດໄພຫຼາຍ.ຮູບພາບນັ້ນແມ່ນໄດ້ນຳມາຮັບໃຊ້ການທ່ອງທ່ຽວນີ້ແມ່ນບັນດາປັດໄຈສະດວກເພື່ອໃຫ້ ຫວຽດ ນາມ ໂຄສະນາດຶງດູດນັກທ່ອງທ່ຽວ ແລະ ແມ່ນເງື່ອນໄຂທີ່ຈຳເປັນເພື່ອບັນລຸເປົ້າຫມາຍມີນັກທ່ອງທ່ຽວຫຼາຍກວ່າ 20 ລ້ານຄົນມາທ່ຽວຢູ່ຫວຽດນາມພວກເຮົາຍັງມີຫຼາຍວຽກທີ່ຕ້ອງເຮັດຈາກວຽກງານສ້າງຜະລິດຕະພັນການສົ່ງເສີມໂຄສະນາກໍ່ຄືຕັ້ງນ້າຜັນຂະຍາຍບັນດາມາດຕະການທີ່ດີກວ່າໃນການເຂົ້າອອກເມືອງຫຼື ເລື່ອງພວກເຮົາເຊື່ອມຕໍ່ຊຸກຍູ້ຄວາມຕ້ອງການໃນການໄປມາດ້ວຍທາງອາກາດເພື່ອດຶງດູດນັກທ່ອງທ່ຽວນອກຈາກດຶງດູດນັກທ່ອງທ່ຽວສາກົນແລ້ວພວກຂ້າພະເຈົ້າຍັງຕ້ອງສຸມໃສ່ດຶງດູດນັກທ່ອງທ່ຽວພາຍໃນປະເທດ ເພາະວ່າ ຕະຫຼາດພາຍໃນປະເທດແມ່ນພື້ນຖານສຳຄັນຂອງຂະແໜງທ່ອງທ່ຽວຫວຽດນາມ.

ທ່ານ ຫວູເທບິ່ງ ປະທານ ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ. ພາບ:TTXVN

ເພື່ອໃຫ້ຂະແຫນງທ່ອງທ່ຽວຫວຽດນາມ ສືບຕໍ່ຟື້ນຕົວ ແລະ ພັດທະນາຢ່າງຟົດຟື້ນ, ໃນປີນີ້, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ພ້ອມກັບບັນດາວິສາຫະກິດທ່ອງທ່ຽວ, ສະຫະສະມາຄົມທ່ອງທ່ຽວທ້ອງຖິ່ນ... ຈະສ້າງບັນດາລາຍການທ່ອງທ່ຽວໃໝ່ຄື: “ໝູ່ບ້ານປາໄມ້ - ຫລັງຄວາມສະຫງ່າລາສີ”, ໄປທ່ອງທ່ຽວຕາມຮອຍພຣະບາດຂອງພະພຸດທະເຈົ້າ ແລະ “ທ່ອງທ່ຽວຊົນນະບົດ ຫລຸກງ້ານ”, ... ພິເສດ ຂະແໜງທ່ອງທ່ຽວຈະສືບຕໍ່ຜັນຂະຫຍາຍໂຄງການ “ຫຼຸດຜ່ອນຂີ້ເຫຍື້ອປຼາສະຕິກໃນຂົງເຂດທ່ອງທ່ຽວຫວຽດນາມ” ເພື່ອປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາຂະແຫນງທ່ອງທ່ຽວແບບຍືນຍົງ./.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປຸກລະດົມຂະບວນການປະຢັດພະລັງງານ

ທີ່ກອງປະຊຸມ, ໜ່ວຍປະຕິບັດງານຄວາມໝັ້ນຄົງດ້ານພະລັງງານ ໄດ້ຍົກອອກແຜນການຮັກສາຄວາມເປັນປົກກະຕິ ແລະ ຄວບຄຸມສະພາບນ້ຳມັນໃນເດືອນ ມີນາ, ກະກຽມແຜນການໃຫ້ແກ່ຊຸມເດືອນຕໍ່ໄປ.

Top