• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ພວມປັບປຸງສຳເນົາເອກະສານ CPTPP ໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີນີ້

ຕອນບ່າຍວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາ ໄດ້ຈັດຕັ້ງການປະຊຸມຂ່າວນັດສາມັນ; ເມື່ອຕອບຄຳຖາມກ່ຽວກັບສັນຍາຄູ່ຮ່ວມມືຮອບດ້ານ ແລະ ຂ້າມປາຊີຟິກ (CPTPP).

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ (ພາບ:TTXVN )

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ຫວຽດນາມ ພວມພ້ອມກັບບັນດາປະເທດສະມາຊິກສ້າງລະບຽບການໃຫ້ສົມບູນແບບ ເພື່ອໃຫ້ສັດຕະຍາບັນຕາມຂໍ້ກຳນົດຂອງແຕ່ລະປະເທດ.

        “ຕາມຂໍ້ກຳນົດ, ສັນຍາ CPTPP ຈະມີຜົນສັກສິດພາຍໃນ 60 ວັນ ພາຍຫລັງທີ່ມີປະເທດສະມາຊິກຢ່າງໜ້ອຍສຸດ 6 ປະເທດ ໄດ້ສ້າງສຳເລັດບັນດາລະບຽບການໃຫ້ສັດຕະຍາບັນ; ປັດຈຸບັນ, ຫວຽດນາມ ແລະ ບັນດາປະເທດສະມາຊິກພວມດຳເນີນບັນດາລະບຽບການໃຫ້ສັດຕະຍາບັນ CPTPP ເໝາະສົມກັບບັນດາຂໍ້ກຳນົດຂອງແຕ່ລະປະເທດ ເພື່ອນຳສັນຍາເຂົ້າຜັນຂະຫຍາຍໂດຍໄວ, ປະກອບສ່ວນຊຸກຍູ້ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງບັນດາສະມາຊິກ ແລະ ປະກອບສ່ວນໃຫ້ແກ່ການເຕີບໂຕຮ່ວມສຳພັນເສດຖະກິດຂອງພາກພື້ນ; ປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມສ້າງສຳເນົາເອກະສານໃຫ້ສຳເລັດ ເພື່ອອາດຈະຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນໃນທ້າຍປີນີ້”.

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top