ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ ສະແດງຄວາມປາດຖະໜາວ່າ
ການພົວພັນລະຫວ່າງ 2 ປະເທດຫວຽດນາມ ແລະ El Salvador ຈະສືບຕໍ່ໄດ້ຮັບການຍູ້ແຮງ
(ພາບ: TTXVN)
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳເມັກຊີໂກ, ທັງຮັບຜິດຊອບ El Salvador, ຫງວຽນຮ່ວາຍເຢືອງ ສະແດງຄວາມປາດຖະໜາວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດຫວຽດນາມ ແລະ El Salvador ຈະສືບຕໍ່ໄດ້ຮັບການຍູ້ແຮງ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ, ທູດພິເສດຂອງປະທານປະເທດຫວຽດນາມ, ສົ່ງສານອວຍພອນຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ເຖິງທ່ານປະທານາທິບໍດີ Nayib Armando Bukele Ortez.
ໂດຍຜ່ານທ່ານເອກອັກຄະລັດຖະທູດ ຫງວຽນຮ່ວາຍເຢືອງ, ທ່ານປະທານາທິບໍດີ Nayib Armando Bukele Ortez ໄດ້ສົ່ງຄຳຂອບໃຈເຖິງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ, ພ້ອມທັງເຫັນດີເປັນເອກະພາບຄວນປັບປຸງ ແລະ ນຳການພົວພັນ 2 ຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງໃນທຸກຂົງເຂດໃນໄລຍະຈະມາເຖິງ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ.
(ແຫຼ່ງຄັດຈາກ VOV)