• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປາດຖະໜາບັນດາປະເທດ ອາຊຽນ ແລະ ປະຊາຄົມສາກົນ ຮ່ວມແຮງຮ່ວມໃຈຊ່ວຍເຫຼືອ ມຽນມາ ຜ່ານຜ່າໄລຍະເກີດໂລກລະບາດ ແລະ ຄວາມຫຍຸ້ງຍາກ

      ຕອນບ່າຍວັນທີ 18 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກປຸກລະດົມການຊ່ວຍເຫຼືອມະນຸດສະທຳແກ່ ມຽນມາ. ທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ເຊິ່ງເປັນຜູ້ປະສານງານກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ຂອງ ອາຊຽນ ໃຫ້ແກ່ ມຽນມາ ໄດ້ເປັນປະທານກອງປະຊຸມ ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີການຕ່າງປະເທດຂອງປະເທດຕ່າງໆໃນ ອາຊຽນ ແລະ ຜູ້ຕາງໜ້າຈາກຫຼາຍຄູ່ຮ່ວມມື.
ກອງປະຊຸມທາງໄກປຸກລະດົມການຊ່ວຍເຫຼືອມະນຸດສະທຳແກ່ ມຽນມາ
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ສະແດງຄວາມຊົມເຊີຍຕໍ່ການຈັດຕັ້ງການເຄື່ອນໄຫວນີ້ໄດ້ຢ່າງທັນການ, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບາດກ້າວຜັນຂະຫຍາຍສຳຄັນໃນການປະຕິບັດຄວາມເຫັນດີເຫັນພ້ອມ 5 ປະການ. ທ່ານກໍໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ອາຊຽນ Dato Lim Jock Hoi, ຜູ້ປະສານງານກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ຂອງ ອາຊຽນ ໃຫ້ແກ່ ມຽນມາ ແລະ ສູນ AHA ໃນການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ ມຽນມາ.
        ທ່ານລັດຖະມົນຕີ ບຸ່ຍແທງເຊີນ ກໍໄດ້ແບ່ງເບົາຄວາມຫຍຸ້ງຍາກ ເຊິ່ງປະເທດ ແລະ ປະຊາຊົນ ມຽນມາ ພວມປະເຊີນໜ້າຍ້ອນໂລກລະບາດໂຄວິດ - 19 ພ້ອມທັງປາດຖະໜາວ່າ ບັນດາປະເທດ ອາຊຽນ, ຄູ່ຮ່ວມມື ແລະ ປະຊາຄົມສາກົນ ຈະພ້ອມກັນຮ່ວມແຮງຮ່ວມໃຈແບ່ງປັນ, ຊ່ວຍເຫຼືອ ມຽນມາ ແລະ ປະຊາຊົນປະເທດນີ້ ຜ່ານຜ່າໂລກລະບາດ ແລະ ຄວາມຫຍຸ້ງຍາກ. ຕາມນັ້ນແລ້ວ, ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ໃນເບື້ອງຕົ້ນຈະໃຫ້ການຊ່ວຍເຫຼືອ ມຽນມາ ກ່ຽວກັບວັດຖຸອຸປະກອນການແພດ ມີມູນຄ່າ 100.000 USD.
        ໃນກອງປະຊຸມຄັ້ງນີ້, ບັນດາປະເທດສະມາຊິກ ອາຊຽນ ແລະ ຄູ່ຮ່ວມມື ໄດ້ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ມຽນມາ ເງິນຈຳນວນປະມານ 9 ລ້ານ USD.
(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top