• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະດັບຫຼຽນໄຊໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນຂຶ້ນກັບກະຊວງປ້ອງກັນປະເທດ ລາວ

ໃນໄລຍະຜ່ານມາ ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ໜູນຊ່ວຍ, ຊ່ວຍເຫຼືອໃນທຸກດ້ານຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ.
  ທ່ານພົນໂທ ສາຍໃຈ ກົມມະສິດ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)  

ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ລາວ ຢ່າງ​ເປັນ​ທາງ​ການ, ຕອ​ນ​ເຊົ້າ​ວັນ​ທີ 23 ເມ​ສາ, ທ່ານພົນ​ເອກ ຫງວຽນ​ເຕິນ​ເກືອງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ປະ​ດັບ​ຫຼຽນ​ໄຊ​ເອ​ກະ​ລາດ, ຫຼຽນ​ໄຊ​ມິດ​ຕະ​ພາບ​ຂອງ​ລ​ັດ ຫວຽດ​ນາມ ທີ່​ປະ​ດັບ​ໃຫ້ແກ່​ກົມ​ກອງ​ລວມໝູ່​ ແລະ ​ບຸ​ກ​ຄົນ​ຂຶ້ນ​ກັບງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ.

ເລື່ອງ​ລັດ ຫວຽດ​ນາມ ປະ​ດັບ​ຫຼຽນ​ໄຊ​ເອ​ກະ​ລາດ, ຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້ 5 ​ກົມ​ກອງ​ລວມໝູ່​ ແລະ 39 ​ບຸກ​ຄົນ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ແມ່ນ​ເພື່ອ​ແນ​ໃສ່​ຮັບ​ຮູ້​ບັນ​ດາ​ປະ​ກອບ​ສ່ວນ​ສຳ​ຄັນ​ຂອງກອງ​ທັບ​ປະ​ຊາ​ຊົນ ລາວ ໃນ​ການ​ສ້າງ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ “ມິດ​ຕະ​ພາບ​ທີ່​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ ແລະ ຫຸ້ນ​ສ່ວນ​ຍຸດ​ທະ​ສາດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ”.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ພົນ​ໂທ ສາຍ​ໃຈ ກົມ​ມະ​ສິດ ເນັ້ນ​ໜັ​ກວ່າ ໃນ​ໄລ​ຍະ​ຜ່ານ​ມາ ພັກ, ລັດ, ກອງ​ທັບ ແລະ ປະ​ຊາ​ຊົນ ຫວ​ຽດ​ນາມ ໄດ້​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ໃນ​ທຸກ​ດ້ານ​ຕໍ່​ພັກ, ລັດ, ກອງ​ທັບ​ ແລະ ປະ​ຊາ​ຊົນ ລາວ. ກອງ​ທັບ ແລະ ປະ​ຊາ​ຊົນ ລາວ ມ​ີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​​ວ່າ ໄຊ​ຊະ​ນະ​ໃນ​ການ​ປະ​ຕິ​ວັດ​ປົດ​ປ່ອຍ​ປະ​ເທດ​ ລາວ ໃນ​ເມື່ອ​ກ່ອນນີ້, ກໍ່​ຄື​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ ລ້ວນ​ແຕ່​ຕິດ​ພັນ​ກັບ​ສາຍ​ພົວ​ພັນ​ສາ​ມັກ​ຄີ, ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງກອງ​ທັບ​ ແລະ ປະ​ຊາ​ຊົນ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ທ່ານລັດຖະມົນຕີການຕ່າງປະເທດ ເລຮວ່າຍຈຸງ ດຳເນີນການພົບປະສົນທະນາກັບລັດຖະມົນຕີການຕ່າງປະເທດ Estonia

ວັນທີ 23 ເມສາ, ຢູ່ ຮ່າໂນ້ຍ, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Margus Tsahkna, ລັດຖະມົນຕີການຕ່າງປະເທດ Estonia.

Top