• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ປະກາດຊຸດ KIT ວິໄຈຫາເຊື້ອໂຄວິດ-19 ບັນລຸມາດຕະຖານສາກົນຕື່ມອີກ 2 ຊຸດ

2 ຊຸດ KIT ວິໄຈຫາເຊື້ອໂຄວິດ- 19 ນຳໃຊ້ເຕັກນິກ RT-LAMP, RT-PCR.


ຊຸດ KIT ວິໄຈຫາເຊື້ອໂຄວິດ-19

(ພາບ: baodansinh.vn)


ຫວຽດນາມ ປະກາດ 2 ຊຸດ KIT ວິໄຈຫາເຊື້ອໂຄວິດ- 19 “made in Vietnam” ບັນລຸມາດຕະຖານສາກົນຕື່ມອີກ 2 ຊຸດ. ຕອນບ່າຍວັນທີ 05 ມິຖຸນາ, ຢູ່ຮ່າໂນ້ຍ, ບໍລິສັດຫຸ້ນສ່ວນ ຊາວທ໊າຍເຢືອງ ໄດ້ປະກາດ 2 ຊຸດ KIT ດັ່ງກ່າວຢ່າງເປັນທາງການ. 2 ຊຸດ KIT ວິໄຈຫາເຊື້ອໂຄວິດ- 19 ນຳໃຊ້ເຕັກນິກ RT-LAMP, RT-PCR ເຊິ່ງແມ່ນໝາກຜົນການຄົ້ນຄວ້າ, ຜະລິດບົນພື້ນຖານການສືບທອດຈາກຫົວເລື່ອງຄົ້ນຄວ້າ ຊຸດ KIT ວິໄຈຫາເຊື້ອໂຄວິດ- 19 ເຊິ່ງກະຊວງສາທາລະນະສຸກຫວຽດນາມ ອະນຸຍາດໃຫ້ນຳໃຊ້ເມື່ອວັນທີ 07 ພຶດສະພາ. 2 ຊຸດ KIT ວິໄຈຫາເຊື້ອໂຄວິດ- 19 ໄດ້ຫັນເປັນການຄ້າເພື່ອຮັບໃຊ້ຄວາມຕ້ອງການຮີບດ່ວນໃນປະຈຸບັນຂອງປະຊາຄົມຫວຽດນາມ ເວົ້າສະເພາະ ກໍຄືໃນໂລກເວົ້າລວມ. ທ່ານປະລິນຍາເອກ ເລກວາງຮ່ວາ, ຫົວໜ້າກຸ່ມຄົ້ນຄວ້າມະຫາວິທະຍາໄລຊັບພະວິຊາຮ່າໂນ້ຍ, ເນັ້ນໜັກວ່າ.

        “ຈຸດດີຂອງເຕັກໂນໂລຊີນີ້ແມ່ນພຽງແຕ່ອີງໃສ່ການປ່ຽນສີ ຈາກສີອິດເປັນສີຟ້າ ຫຼືວ່າ ຈາກສີແດງເປັນສີເຫຼືອງ ແມ່ນພວກເຮົາສາມາດສະຫຼຸບໄດ້ແລ້ວ. ເຕັກນິກດັ່ງກ່າວບໍ່ຕ້ອງການມີເຄື່ອງຈັກທັນສະໄໝ ແລະ ນັກເຕັກນິກບໍ່ໄດ້ຜ່ານການບຳລຸງກໍ່ສ້າງກໍ່ສາມາດເຮັດໄດ້”.

        ຕີລາຄາສູງໝາກຜົນການຄົ້ນຄວ້າ, ໃນນັ້ນບັນດາຊຸດ KIT ມີຈຸດດີແມ່ນໃຊ້ງ່າຍ, ໄວ, ຊັດເຈນ ຕອບສະໜອງຄວາມຕ້ອງການວິໄຈຢ່າງເປີດກວ້າງ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຈິ່ນວັນຕຸ່ງ ເນັ້ນໜັກວ່າ, ບັນດາຜະລິດຕະພັນດັ່ງກ່າວສືບຕໍ່ເປັນການຢັ້ງຢືນຄວາມເກັ່ງກ້າສາມາດຂອງບັນດານັກວິທະຍາສາດຫວຽດນາມ, ການສົມທົບລະຫວ່າງນັກວິທະຍາສາດ ແລະ ວິສາຫະກິດ ໃນການຜະລິດອອກບັນດາຜະລິດຕະພັນຮັບໃຊ້ປະກອບສ່ວນຍູ້ໂລກລະບາດໃຫ້ຖອຍໄປພ້ອມກັບໂລກ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top