• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023

ໃນເດືອນ ມັງກອນ 2023, ຫວຽດນາມ ມີ 153 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ສະໜອງໃໝ່, ດ້ວຍຍອດທຶນຈົດທະບຽນແມ່ນ 1,2 ຕື້ USD.
  (ພາບປະກອບ: TTXVN)  

ຕາມຕົວເລກຈາກກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໃນເດືອນ ມັງກອນ 2023, ຫວຽດນາມ ມີ 153 ໂຄງການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ສະໜອງໃໝ່, ດ້ວຍຍອດທຶນຈົດທະບຽນແມ່ນ 1,2 ຕື້ USD, ເພີ່ມຂຶ້ນ 48,5% ກ່ຽວກັບຈຳນວນໂຄງການ ແລະ ຫຼາຍທົບ 3 ເທົ່າກ່ຽວກັບທຶນຈົດທະບຽນເມື່ອທຽບໃສ່ປີ 2022. ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 17 ຂະແໜງ ໃນຈຳນວນ 21 ຂະແໜງເສດຖະກິດ. ໃນນັ້ນ, ອຸດສາຫະກຳປຸງແຕ່ງ, ຜະລິດນຳໜ້າ ດ້ວຍເງິນລົງທຶນບັນລຸເກືອບ 719 ລ້ານ USD.

ໂດຍໄດ້ກວມເອົາກວ່າ 64% ທຶນ FDI ຈົດທະບຽນໃໝ່ຂອງທົ່ວປະເທດ, ແຂວງ ບັກຢາງ ໄດ້ດຶງດູດເງິນລົງທຶນເກືອບ 796 ລ້ານ USD, ຫຼາຍທົບ 12 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022. ນະຄອນ ໂຮ່ຈີມິນ ຢືນອັນດັບທີ 2 ດ້ວຍ 50 ໂຄງການໃໝ່; ຖັດຈາກນັ້ນແມ່ນ ດົ່ງນາຍ, ບັກນິງ, ບ່າເຣີຍ - ວູງເຕົ່າ ຕາມລຳດັບ.

 

(ແຫຼ່ງຄັດຈາກ VOV)

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ນຳ​ຂອງ​ຂວັນ​ປີ​ໃໝ່​ໄປ​ເຮືອນ​ຮ້ານ DK1 ແລະ ບັນ​ດາ​ກ່ຳ​ປັ່ນ​ປະ​ຈຳ​ການ​ຢູ່​ທະ​ເລ

ວັນທີ 16 ມັງກອນ, ຈາກນະຄອນ ໂຮ່ຈີມິນ, ຄະນະປະຕິບັດງານ ລວມມີບັນດາຜູ້ແທນ ແລະ ນັກຂ່າວ ເດີນທາງໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບຢູ່ເຮືອນຮ້ານ DK1, ກ່ຳປັ່ນທີ່ປະຈຳການຢູ່ທະເລ ແລະ ເຂດພິເສດ ກົນດາວ.

Top