• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ດຳລົງຕຳແໜ່ງປະທານໝູນວຽນຄະນະກຳມະການອາຊຽນທີ່ Madrid

ສະຖານທູດ ຫວຽດນາມ ໄດ້ສ້າງລາຍການວຽກງານຂອງຄະນະກຳມະການ ກ່ຽວກັບ 4 ເສົາຄ້ຳຂອງ ACM ລວມມີການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ.

ACM ລວມມີ 5 ປະເທດສະມາຊິກຄື: ອິນໂດເນເຊຍ, ມາເລເຊີຍ, ຟີລິບປີນ, ໄທ ແລະ ຫວຽດນາມ (ພາບ: TTXVN)

ຕອນເຊົ້າວັນທີ 30 ມັງກອນ, ທີ່ສະຖານທູດ ຫວຽດນາມ ປະຈຳ ແອດສະປາຍ, ທ່ານ ໂງຕ໋ຽນຢູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແອດສະປາຍ ເປັນປະທານກອງປະຊຸມນັດສາມັນຄັ້ງທຳອິດຂອງຄະນະກຳມະການ ອາຊຽນ ທີ່ Madrid (ACM) ໃນປີ 2019 ພາຍຫຼັງ ຫວຽດນາມ ຮັບດຳລົງຕຳແໜ່ງປະທານ ACM ຢ່າງເປັນທາງການນັບຕັ້ງແຕ່ວັນທີ 1 ມັງກອນປີ 2019.

ໃນຖານະເປັນປະທານ ACM 6 ເດືອນຕົ້ນປີ 2019, ສະຖານທູດ ຫວຽດນາມ ໄດ້ສ້າງລາຍການວຽກງານຂອງຄະນະກຳມະການ ກ່ຽວກັບ 4 ເສົາຄ້ຳຂອງ ACM ລວມມີການຮ່ວມມືດ້ານການເມືອງ - ຄວາມໝັ້ນຄົງ, ເສດຖະກິດ, ວັດທະນະທຳ - ສັງຄົມ, ການໂຄສະນາພາບພົດກ່ຽວກັບປະຊາຄົມ ອາຊຽນ ແລະ ແຕ່ລະປະເທດ ຢູ່ ແອດສະປາຍ. ຄາດວ່າ, ວັນທີ 20 ກຸມພາ 2019, ສະຖານທູດ ຫວຽດນາມ ຈະເປັນຕາງໜ້າໃຫ້ບັນດາປະເທດ ອາຊຽນ ເພື່ອເຂົ້າ ຮ່ວມກອງປະຊຸມສຳມະນາກັບບາງມະຫາວິທະຍາໄລທີ່ມີຊື່ສຽງຂອງ Madrid ແລະ ຜູ້ຕາງຫນ້າຄະນະກຳມການ ເອີຣົບ ຢູ່ ແອດສະປາຍ ດ້ວຍຫົວຂໍ້ວ່າ: “ອະນາຄົດການພົວພັນລະຫວ່າງ ອາຊີ - ເອີຣົບ ແລະ ວິວັດການ ASEM”

ບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຂອງ ACM ໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການໂຄສະນາພາບພົດ ແລະ ຍົກສູງຖານະບົດບາດຂອງ ອາຊຽນ ເວົ້າລວມ ແລະ ແຕ່ລະປະເທດ ເວົ້າສະເພາະ ຕໍ່ບັນດາອົງການປົກຄອງ ກໍ່ຄືປະຊາຊົນ ແອດສະປາຍ

ACM ລວມມີ 5 ປະເທດສະມາຊິກຄື: ອິນໂດເນເຊຍ, ມາເລເຊີຍ, ຟີລິບປີນ, ໄທ ແລະ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top