• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍົກອອກບັນດາຂໍ້ລິເລີ່ມ ຊຸກຍູ້ການຮ່ວມມືການປ້ອງກັນຊາດປ້ອງກັນຄວາມສະຫງົບຢູ່ພາກພື້ນ

ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 12 (ADMM 12) ແລະ ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ເປີດກ້ວາງ (ADMM+) ຄັ້ງທີ 5 ໄດ້ສິ້ນສຸດລົງໃນວັນທີ 20 ຕຸລາ ຢູ່ປະເທດ ສິງກະໂປ ພາຍຫລັງປະຊຸມມາເປັນເວລາ 2 ວັນ.

 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 12 (ພາບ: TTXVN) 

ທີ່ບັນດາກອງປະຊຸມນີ້, ຫວຽດນາມ ໄດ້ຍົກອອກທັດສະນະ, ຂໍ້ລິເລີ່ມຫລາຍຢ່າງ ແລະ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ. ບັນດາບົດກ່າວປາໄສຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວນລິ້ກ ໄດ້ຊີ້ແຈ້ງທັດສະນະຂອງ ຫວຽດນາມ.

       ຫວຽດນາມ ໄດ້ຍົກອອກຂໍ້ສະເໜີລະອຽດ ເພື່ອເພີ່ມທະວີການຮ່ວມມືແທດຈິງລະຫວ່າງ ອາຊຽນ ກັບບັນດາປະເທດຄູ່ຮ່ວມມື. ສຳລັບ ຈີນ, ຫວຽດນາມ ໄດ້ຍົກອອກ 3 ຂໍ້ສະເໜີກ່ຽວກັບເລື່ອງ ສ້າງຕັ້ງໂທລະສັບໂດຍກົງລະຫວ່າງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ແລະ ຈີນ ໂດຍໄວ; ຈັດຕັ້ງການພົບປະແລກປ່ຽນນາຍທະຫານໜຸ່ມ ອາຊຽນ - ຈີນ ຄັ້ງທຳອິດຢູ່ ຫວຽດນາມ; ສ້າງຕັ້ງກຸ່ມປະຕິບັດງານລວມລະຫວ່າງ ອາຊຽນ - ຈີນ. ສຳລັບ ອາເມລິກາ, ຫວຽດນາມ ສະເໜີຊຸກຍູ້ການຮ່ວມມືຍົກສູງກຳລັງຄວາມສາມາດໃຫ້ ອາຊຽນ ແລະ ບັນດາປະເທດສະມາຊິກກ່ຽວກັບຄວາມໝັ້ນຄົງທະເລ, ໜູນຊ່ວຍມະນຸດສະທຳ, ກູ້ໄພກູ້ຊີບ, ກໍ່ຄືຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ໃນນັ້ນ ມີການກຳຈັດມົນລະພິດທາດເຄມີ. ສຳລັບ ຍີ່ປຸີ່ນ, ຫວຽດນາມ ສະໜັບສະໜູນເລື່ອງຜັນຂະຫຍາຍບັນດາເນື້ອໃນໃນເອກະສານວິໄສທັດ ວຽງຈັນ, ພ້ອມທັງສະເໜີ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ອາຊຽນ ໃນການປົກປັກຮັກສາສິ່ງແວດລ້ອມ, ເປັນຕົ້ນແມ່ນຄວາມໝັ້ນຄົງແຫຼ່ງນ້ຳ…

(ແຫຼ່ງຄັດຈາກ VOV)


ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top