• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຍາມໃດກໍຸຖືການພັດທະນານ້ຳໃຈມິດຕະພາບທີ່ເປັນມູນເຊື້ອ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍເປັນສຳຄັນ

ຜ່ານ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ການຮ່ວມມືສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດ ການຄ້າ, ການພົບປະແລກປ່ຽນປະຊາຊົນຂອງທັງສາມປະເທດ .
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ. ພາບ TTXVN

ໃນການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ດຳເນີນໃນຕອນບ່າຍວັນທີ 22 ສິງຫາ ຢູ່ ຮ່າໂນ້ຍ, ເມື່ອເຕື້ອງເຖິງຂ່າວຄາວກ່ຽວກັບເລື່ອງ ຜູ້ແຫ່ຂະບວນປະທ້ວງຄັດຄ້ານຂໍ້ລິເລີ່ມ ສາມຫລ່ຽມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ ຢູ່ ກຳປູເຈຍ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ:

 “ສາຍພົວພັນທີ່ເປັນມູນເຊື້ອສາມັກຄີສະຫນິດຕິດພັນ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ແມ່ນມໍລະດົກອັນລ້ຳຄ່າສຳລັບ 3 ປະເທດ ແລະ ມີຄວາມໝາຍຍຸດທະສາດໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາຂອງແຕ່ລະປະເທດ ແລະ ທັງ 3 ປະເທດ, ປະກອບສ່ວນເຂົ້າໃນການພັດທະນາຂອງປະຊາຄົມ ອາຊຽນ.  ຜ່ານ 25 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ການຮ່ວມມືສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ  ໄດ້ຊ່ວຍຊຸກຍູ້ການພັດທະນາເສດຖະກິດການຄ້າ, ການພົບປະແລກປ່ຽນປະຊາຊົນຂອງທັງສາມປະເທດ ພິເສດ ແມ່ນປະຊາຊົນພວມດຳລົງຊີວິດຢູ່ເຂດນີ້. ຫວຽດນາມ ຈະສົມທົບຢ່າງແຫນ້ນແຟ້ນກັບ ກຳປູເຈຍ ແລະ ລາວ ເພື່ອຈັດຕັ້ງກອງປະຊຸມຂັ້ນສູງສາມຫລ່ຽມພັດທະນາລະຫວ່າງສາມປະເທດ, ຄາດວ່າ ຈະໄດ້ຈັດຕັ້ງຢູ່ ກຳປູເຈຍ ໃນເດືອນທັນສາປີນີ້”.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

ຊຸກ​ຍູ້​ການ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ​ຍຸດ​ທະ​ສາດ ຫວຽດ​ນາມ - ອາ​ເມ​ລິ​ກາ

ບັນດາວາລະປຶກສາຫາລືສຸມໃສ່ຫຼາຍຫົວຂໍ້ສຳຄັນຄື: ການຮ່ວມມືໃນຂະແໜງເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ, Bigdata, Clouthing Computer, ຄວາມປອດໄພທາງໄຊເບີ.

Top