• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຊຸກຍູ້ວິທີເຂົ້າເຖິງກ່ຽວກັບສິດທິມະນຸດໃນ ອາຊຽນ ຢ່າງຮອບດ້ານ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະໂອ້ລົມສົນທະນາກັບຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ)

ວັນທີ 09 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ໄດ້ໄຂຂຶ້ນຢ່າງເປັນທາງການ, ຢູ່ສູນກອງປະຊຸມ ກົວລາລຳເປີ, ປະເທດ ມາເລເຊຍ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ຈະເຂົ້າຮ່ວມບັນດາວາລະປະຊຸມ ແລະ ເຂົ້າຮ່ວມພິທີລົງນາມໃນສັນຍາຮ່ວມມື ແລະ ເປັນມິດ ອາຊີຕາເວັນອອກສຽງໃຕ້ (TAC) ຂອງຄູ່ຮ່ວມມືຈຳນວນໜຶ່ງ.

        ກ່ອນໜ້ານັ້ນ, ວັນທີ 08 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມວາລະໂອ້ລົມສົນທະນາກັບຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ (AICHR) ແລະ ກອງປະຊຸມຄະນະກຳມະການພາກພື້ນ ອາຊີຕາເວັນອອກສຽງໃຕ້ ບໍ່ມີອາວຸດນິວເຄຼຍ (SEANWFZ). 

        ທີ່ວາລະໂອ້ລົມສົນທະນາກັບຄະນະກຳມະການລະຫວ່າງລັດຖະບານ ອາຊຽນ ກ່ຽວກັບ ສິດທິມະນຸດ, ທ່ານ ບຸຍແທັງເຊີນ ເນັ້ນໜັກວ່າ, AICHR ຕ້ອງເອົາໃຈໃສ່ແກ້ໄຂບັນດາສິ່ງທ້າທາຍຄືຄວາມອຶດຫິວ, ທຸກຍາກ, ເງື່ອນໄຂເຮັດວຽກທີ່ຮ້າຍແຮງ ແລະ ຜົນສະທ້ອນຂອງເຕັກໂນໂລຊີຕໍ່ສິດທິມະນຸດ.

        ທີ່ກອງປະຊຸມ SEANWFZ, ທ່ານ ບຸຍແທັງເຊີນ ສະເໜີຕ້ອງສືບຕໍ່ຮັກສາວິວັດການເຈລະຈາຂອງ ອາຊຽນ ກັບບັນດາປະເທດກຳມະສິດອາວຸດນິວເຄຼຍ, ມຸ່ງໄປເຖິງເລື່ອງບັນດາປະເທດນີ້ເຂົ້າຮ່ວມການລົງນາມໃນອະນຸສັນຍາຂອງສັນຍາ SEANWFZ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top