• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຈະສົ່ງສານຮ່ວມມືເພື່ອສັນຕິພາບ ແລະການພັດທະນາທີ່ກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6

ເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍຂອງ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັນເໝີ້ນ (ພາບ: TTXVN)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັນເໝີ້ນ ພ້ອມກັບພັນລະຍາ ຈະເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ຢູ່ ສະວິດ; ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ; ຢ້ຽມຢາມ Morocco ແລະ  Senegal ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 22 – 30 ກໍລະກົດ, ຕາມຄຳເຊີນຂອງທ່ານນາງປະທານສະຫະພັນລັດຖະສະພາສາກົນ (IPU) Tulia Ackson; ທ່ານເລຂາທິການໃຫຍ່ IPU, Martin Chungong; ທ່ານປະທານສະພາຕ່ຳແຫ່ງລາຊະອານາຈັກ Morocco, Rachid Talbi Alami ແລະ ທ່ານປະທານສະພາແຫ່ງຊາດ ສ. Senegal, El Malick Ndiaye.

ເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍຂອງ ຫວຽດນາມ, ໂດຍສະເພາະແມ່ນແນວທາງການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນທົ່ວໂລກ.

(ແຫຼ່ງຄັດຈາກ VOV)

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ຮັບ​ປະ​ກັນ​ເງື່ອ​ນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ກ້ອນ​ກຳ​ລັງ​ບັນ​ດາ​ປະ​ເທດ​ທີ່ເຂົ້າ​ຮ່ວມ​ພິ​ທີ​ເດີນ​ຂະ​ບວນສວນ​ສະ​ໜາມ​ຢູ່​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນການ​ປະ​ຕິ​ວັດ ເດືອນ​ສິງ​ຫາ ແລະ ວັນ​ຊາດ ວັນ​ທີ 2 ກັນ​ຍາ

ນີ້ແມ່ນໂອກາດເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອຂອງເພື່ອນມິດສາກົນ, ປະຊາຊົນທີ່ກ້າວໜ້າໃນທົ່ວໂລກ, ປັດໄຈສຳຄັນທີ່ສ້າງເປັນຜົນສຳເລັດຂອງການປະຕິວັດເດືອນສິງຫາໃນເມື່ອກ່ອນ ແລະ ຫວຽດນາມ ໃນປັດຈຸບັນ.

Top