ເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍຂອງ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັນເໝີ້ນ (ພາບ: TTXVN)
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັນເໝີ້ນ ພ້ອມກັບພັນລະຍາ ຈະເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 6, ຢູ່ ສະວິດ; ດຳເນີນການເຄື່ອນໄຫວ 2 ຝ່າຍຢູ່ ສະວິດ; ຢ້ຽມຢາມ Morocco ແລະ Senegal ຢ່າງເປັນທາງການ. ການຢ້ຽມຢາມຈະດຳເນີນແຕ່ວັນທີ 22 – 30 ກໍລະກົດ, ຕາມຄຳເຊີນຂອງທ່ານນາງປະທານສະຫະພັນລັດຖະສະພາສາກົນ (IPU) Tulia Ackson; ທ່ານເລຂາທິການໃຫຍ່ IPU, Martin Chungong; ທ່ານປະທານສະພາຕ່ຳແຫ່ງລາຊະອານາຈັກ Morocco, Rachid Talbi Alami ແລະ ທ່ານປະທານສະພາແຫ່ງຊາດ ສ. Senegal, El Malick Ndiaye.
ເຂົ້າຮ່ວມກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ, ສົ່ງສານກ່ຽວກັບແນວທາງ, ນະໂຍບາຍຂອງ ຫວຽດນາມ, ໂດຍສະເພາະແມ່ນແນວທາງການຮ່ວມມືເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນທົ່ວໂລກ.