• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຄັດຄ້ານ ຈີນ ຊ້ອມຮົບຜິດກົດໝາຍຢູ່ໝູ່ເກາະ ຮ່ວາງຊາ

ເລື່ອງ ຈີນ ດຳເນີນການຊ້ອມຮົບແມ່ນລະເມີດອະທິປະໄຕ ຫວຽດນາມ ແລະ ໄປຝືນກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ, ເລື່ອງຮັກສາການຮ່ວມມືຢູ່ທະເລຕາເວັນອອກ. 

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: vietnamnet.vn)

ເມື່ອຕອບສຳພາດຕໍ່ນັກຂ່າວທີ່ກອງປະຊຸມຖະແຫຼງຂ່າວນັດສາມັນໃນຕອນບ່າຍວັນທີ 02 ກໍລະກົດ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຢັ້ງຢືນວ່າ ເລື່ອງ ຈີນ ດຳເນີນການຊ້ອມຮົບແມ່ນລະເມີດອະທິປະໄຕ ຫວຽດນາມ ແລະ ໄປຝືນກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ, ເລື່ອງຮັກສາການຮ່ວມມືຢູ່ທະເລຕາເວັນອອກ. ຫວຽດນາມ ໄດ້ສົ່ງຈົດໝາຍຄັດຄ້ານທາງການ ແລະ ຮຽກຮ້ອງໃຫ້ ຈີນ ບໍ່ມີການກະທຳຄືດັ່ງກ່າວໃນອະນາຄົດອີກ.

        ກ່ຽວຂ້ອງເຖິງແຫຼ່ງຂ່າວທີ່ໃຫ້ຮູ້ວ່າ: ກ່ຳປັ່ນສຳຫລວດ HD4 ຂອງ ຈີນ ເຄື່ອນໄຫວ, ເຂົ້າໄປເຂດເສດຖະກິດຈຳເພາະຂອງ ຫວຽດນາມ ໃນໄລຍະມໍ່ໆມານີ້, ທ່ານນາງ ເລທິທູຮັ່ງ ກໍ່ເນັ້ນໜັກວ່າ: “ພວກຂ້າພະເຈົ້າຖືວ່າ ບັນດາການເຄື່ອນໄຫວສຳຫລວດ ຕ້ອງໄດ້ຮັບການເຫັນດີຈາກ ຫວຽດນາມ, ເໝາະສົມກັບສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982). ເລື່ອງເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ມີຄວາມໝາຍສຳຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ພັດທະນາຢູ່ເຂດທະເລຕາເວັນອອກ, ໃນພາກພື້ນ ກໍ່ຄືໃນໂລກ”.

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top